Moody’s ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຂຶ້ນລະດັບແງ່ຫວັງສະຖຽນລະພາບ

(VOVWORLD) -ເລື່ອງ Moody’s ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດຂອງ ຫວຽດນາມ ຂຶ້ນ Ba2 ໄດ້ສ່ອງແສງການຕີລາຄາຂອງອົງການດັ່ງກ່າວກ່ຽວກັບກຳລັງແຮງທາງດ້ານເສດຖະກິດທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ຄວາມສາມາດຕ້ານທານຂອງ ຫວຽດນາມ ຕໍ່ບັນດາການກະທົບມະຫາພາກຢູ່ພາຍນອກ.
Moody’s ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຂຶ້ນລະດັບແງ່ຫວັງສະຖຽນລະພາບ - ảnh 1(ພາບປະກອບ: VGP)

ວັນທີ 06 ກັນຍາ, ກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ອົງການຈັດອັນດັບຄວາມໄວ້ວາງໃຈ Moody’s Investors Service ໄດ້ຍົກລະດັບຄວາມໄວ້ວາງໃຈ ແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຈາກລະດັບ Ba3 ຂຶ້ນເປັນ Ba2, ແງ່ຫວັງສະຖຽນລະພາບ. ເລື່ອງ Moody’s ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດຂອງ ຫວຽດນາມ ຂຶ້ນ Ba2 ໄດ້ສ່ອງແສງການຕີລາຄາຂອງອົງການດັ່ງກ່າວກ່ຽວກັບກຳລັງແຮງທາງດ້ານເສດຖະກິດທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ຄວາມສາມາດຕ້ານທານຂອງ ຫວຽດນາມ ຕໍ່ບັນດາການກະທົບມະຫາພາກຢູ່ພາຍນອກ.

        ຕາມການຕີລາຄາຂອງ Moody’s ແລ້ວ, ກຳລັງແຮງທາງດ້ານເສດຖະກິດຂອງ ຫວຽ,ນາມ ໄດ້ຮັບການປັບປຸງ ຍ້ອນກຳລັງແກ່ງແຍ້ງທີ່ນັບມື້ນັບໄດ້ຮັບການສູງຂຶ້ນ ແລະ ເລື່ອງເຂົ້າຮ່ວມລະບົບມູນຄ່າເພີ່ມທົ່ວໂລກຍິ່ງກວ້າງເລິກກວ່າເກົ່າ. ກຳລັງແກ່ງແຍ້ງໃນເຂດຜະລິດປຸງແຕງ, ຜະລິດຂອງ ຫວຽດນສາມ ສະແດງໃຫ້ເຫັນປະສິດທິຜົນກະໂດດຂັ້ນກວ່າເມື່ອທຽບໃສ່ບັນດາປະເທດໄດ້ຈັດອັນດັບຢູ່ພາກພື້ນ ແລະ ໄດ້ປະກອບສ່ວນປົວແປງລາຍຮັບທີ່ນັບມື້ນັບຫຼາຍຂຶ້ນຂອງປະຊາຊົນ.

        ຫວຽດນາມ ແມ່ນປະເທດໜຶ່ງດຽວຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ແມ່ນໜຶ່ງໃນຈຳນວນ 4 ປະເທດໃນໂລກ ເຊິ່ງ Moody’s ຍົກລະດັບຄວາມໄວ້ວາງໃຈ ນັບແຕ່ຕົ້ນປີມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ