NATO ກ່າວ​ເຕ​ືອນ EU ກ່ຽວ​ກັບ​ການ​ ​ເປັນ​ເຈົ້າ​ການຍຸດ​ທະ​ສາດ​

(VOVWORLD) - ວັນທີ 4 ມີນາ, ທ່ານ Jens Stoltenberg ເລຂານຸການໃຫຍ່ ອົງການສົນທິສັນຍາ ອາກລັງຕິກເໜືອ (NATO) ໄດ້ການເຕືອນວ່າ ສະຫະພາບ ເອີລົບ (EU) ບໍ່ສາມາດປົກປ້ອງພົນລະເມືອງຂອງຕົນໄດ້ ຖ້າຫາກວ່າບໍ່ມີການຊ່ວຍເຫຼືອຂອງສຳພັນທະມິດດ້ານການທະຫານນີ້.

NATO ກ່າວ​ເຕ​ືອນ EU ກ່ຽວ​ກັບ​ການ​ ​ເປັນ​ເຈົ້າ​ການຍຸດ​ທະ​ສາດ​ - ảnh 1 ທ່ານ Jens Stoltenberg ເລຂານຸການໃຫຍ່ ອົງການສົນທິສັນຍາ ອາກລັງຕິກເໜືອ (NATO)
(ພາບ: TTXVN)

ທ່ານ ເລຂານຸການໃຫຍ່ NATO ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບການທີ່ມີການນຳ EU ບາງທ່ານພວມຊຸກຍູ້ກຸ່ມນີ້ພັດທະນາ “ການເປັນເຈົ້າການຍຸດທະສາດ” ກ່ວາ, ບາງທ່ານໄດ້ຖືວ່າການກະທຳນີ້ແມ່ນການສ້າງຕັ້ງການແກ້ງແຍ້ງລະຫວ່າງ Brussels ແລະ ວໍຊິງຕັນ.

ເຖິງຢ່າງໃດກໍ່ຕາມ, ທ່ານ Stoltenberg ຖືວ່າ ບັນດາປະເທດສະມາຊິກ EU ເຊິ່ງແມ່ນສະມາຊິກຂອງ NATO ໄດ້ປະກອບສ່ວນພຽງແຕ່ 1/5 ຍອດມູນຄ່າໃຊ້ຈ່າຍເຂົ້າໃນການປ້ອງກັນຊາດ ຂອງ ສຳພັນທະມິດດ້ານການທະຫານນີ້ ໃນການປົກປ້ອງບັນດາຫາດຊາຍແຄມຝັ່ງທະເລ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ