NATO ຈັດການຊ້ອມຮົບທາງອາກາດໃຫຍ່ທີ່ສຸດໃນປະຫວັດສາດໃນລະດູຮ້ອນ 2023

(VOVWORLD) - ຄາດວ່າ, ກຳລັງພິທັກຮັກປ້ອງກັນສາອາກາດແຫ່ງຊາດ ອາເມລິກາ (ANG) ຈະປະກອບກຳລັງເຂົ້າຮ່ວມການຊ້ອມຮົບເກືອບເຄິ່ງໜຶ່ງ.
NATO ຈັດການຊ້ອມຮົບທາງອາກາດໃຫຍ່ທີ່ສຸດໃນປະຫວັດສາດໃນລະດູຮ້ອນ 2023 - ảnh 1(ພາບປະກອບ: Reuters)

        ການຊ້ອມຮົບມີຊື່ວ່າ “Air Defender 2023” (ການປ້ອງກັນທາງອາກາດ 2023) ຈະດຳເນີນໃນລະດູຮ້ອນນີ້ ຈະແມ່ນການຊ້ອມຮົບໃຫຍ່ທີ່ສຸດຂອງ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ນັບແຕ່ເມື່ອສຳພັນທະມິດການທະຫານນີ້ໄດ້ຮັບການສ້າງຂຶ້ນໃນປີ 1949.

        ນອກຈາກບາງສະຖານທີ່ເຄື່ອນໄຫວຢູ່ ສ.ເຊັກໂກ, ແອັດສະໂຕນີ ແລະ ລັດເວຍ ແລ້ວ, ການຊ້ອມຮົບນີ້ຈະໄດ້ດຳເນີນຢູ່ ເຢຍລະມັນ ເປັນຕົ້ນ. ຄາດວ່າ, ກຳລັງພິທັກຮັກສາປ້ອງກັນສາອາກາດແຫ່ງຊາດ ອາເມລິກາ (ANG) ຈະປະກອບກຳລັງເຂົ້າຮ່ວມການຊ້ອມຮົບເກືອບເຄິ່ງໜຶ່ງ. ຕາມການຄາດຄະເນແລ້ວ, ແຟງລັງ, ປະເທດຫາກໍ່ເຂົ້າເປັນສະມາຊິກຂອງ NATO ໃນວັນທີ 04 ເມສາ ຜ່ານມາ, ກໍ່ຈະເຂົ້າຮ່ວມເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ