NATO ຈ​ະ​ເພີ່ມ​ທະ​ວີ​ການ​​ມີ​ໜ້າ​ທາງ​ການ​ທະ​ຫານຢູ່ ເອີ​ຣົບ​ຕາ​ເວັນ​ອອກ

(VOVWORLD) -  ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຖະແຫຼງວ່າ NATO ຈະເພີ່ມທະວີການມີໜ້າທາງການທະຫານຢູ່ ເອີຣົບຕາເວັນອອກ ໃນສະພາບທີ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
NATO ຈ​ະ​ເພີ່ມ​ທະ​ວີ​ການ​​ມີ​ໜ້າ​ທາງ​ການ​ທະ​ຫານຢູ່ ເອີ​ຣົບ​ຕາ​ເວັນ​ອອກ - ảnh 1ກອງປະຊຸມວິສາມັນລັດຖະມົນຕີປ້ອງກັນປະເທດ NATO ໃນວັນທີ 16 ມີນາ ຢູ່ ບຣຸກແຊນ (ພາບ:  AFP/TTXVN)

 ຖະແຫຼງການຂອງຜູ້ນຳໜ້າອົງການ NATO ໄດ້ຍົກອອກມາໃນກອງປະຊຸມວິສາມັນລັດຖະມົນຕີປ້ອງກັນປະເທດ NATO ໃນວັນທີ 16 ມີນາ ຢູ່ ບຣຸກແຊນ. ທ່ານ Jens Stoltenberg ໃຫ້ຮູ້ວ່າ ຂໍ້ສະເໜີການທະຫານດັ່ງກ່າວ ຈະໄດ້ຍື່ນສະເໜີໃນຮອບເວລາ 2 – 3 ອາທິດ ຈະມາເຖິງ ເພື່ອໃຫ້ການນຳປະເທດສຳພັນທະມິດຮັບຮອງເອົາໃນກອງປະຊຸມສຸດຍອດ ເຊິ່ງຄາດວ່າຈະດຳເນີນໃນເດືອນ ມິຖຸນາ ຢູ່ ມາຣິດ (ປະເທດ ແອັດສະປາຍ).

        ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງສິ້ນສຸດກອງປະຊຸມວິສາມັນລັດຖະມົນຕີກະຊວງປ້ອງກັນປະເທດ NATO, ທ່ານ Stoltenberg ເນັ້ນໜັກວ່າ NATO ຈະເພີ່ມທະວີການມີໜ້າທາງການທະຫານຢູ່ ເອີຣົບຕາເວັນອອກ ລວມມີ: ຣູມານີ, ບຸນກາຣີ, ຮຸງກາຣີ ແລະ ສະໂລວາກີ, ເຊິ່ງເປັນ 4 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ