NATO ຊຸກຍູ້ວິວັດການຮັບເອົາ ຊູແອັດ ເປັນສະມາຊິກ

(VOVWORLD) - ບັນດາເຂົ້າໜ້າທີ່ ຕວັກກີ, ຊູແອັດ, ແຟງລັງ ຈະຈັດກອງປະຊຸມຮ່ວມໃນທ້າຍເດືອນນີ້, ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາເຊິ່ງ ຕວັກກີ ແລະ ຮຸງກາຣີ ຄັດຄ້ານ
NATO ຊຸກຍູ້ວິວັດການຮັບເອົາ ຊູແອັດ ເປັນສະມາຊິກ - ảnh 1 ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ
(ພາບ: AFP/TTXVN)

        ວັນທີ 04 ມິຖຸນາ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃຫ້ຮູ້ວ່າ ອາດສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງ NATO ກ່ອນທີ່ຈັດກອງປະຊຸມສຸດຍອດ NATO ຢູ່ Litva ໃນເດືອນ ກໍລະກົດ ຈະມາເຖິງ.

        ທ່ານເລຂາທິການໃຫຍ່ NATO ຍົກອອກຄຳເຫັນດັ່ງກ່າວພາຍຫຼັງທີ່ການພົບປະກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຢູ່ ອິດສະຕາບູນ, ປະເທດ ຕວັກກີ. ທ່ານໃຫ້ຮູ້ວ່າ, ບັນດາເຂົ້າໜ້າທີ່ ຕວັກກີ, ຊູແອັດ, ແຟງລັງ ຈະຈັດກອງປະຊຸມຮ່ວມໃນທ້າຍເດືອນນີ້, ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາເຊິ່ງ ຕວັກກີ ແລະ ຮຸງກາຣີ ຄັດຄ້ານ ເຮັດໃຫ້ວິວັດການເຂົ້າເປັນສະມາຊິກຂອງ NATO ຂອງ ຊູແອັດ ຖືກໂຈະໄວ້. ບັນດາລັດຖະມົນຕີປ້ອງກັນປະເທດ NATO ກໍ່ຈະຈັດກອງປະຊຸມຢູ່ນະຄອນ ບຣຸກແຊນ, ປະເທດ ແບນຊິກ ໃນລະຫວ່າງວັນທີ 15-16 ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ