NATO ຊອກຫາການເຈລະຈາ “ມີຄວາມໝາຍ” ກັບລັດເຊຍ

(VOVWORLD) -ທ່ານ Jens Stoltenberg ກໍ່ເຕື່ອນວ່າ ທຸກການເຈລະຈາກັບ ລັດເຊຍ ຍັງຈະເຄົາລົບຫຼັກການພື້ນຖານຂອງຄວາມໝັ້ນຄົງ ເອີລົບ.
NATO ຊອກຫາການເຈລະຈາ “ມີຄວາມໝາຍ” ກັບລັດເຊຍ - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg
(ພາບ: THX/TTXVN)

ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ຈະຊອກຫາບັນດາການເຈລະຈາທີ່ມີຄວາມໝາຍກັບ ລັດເຊຍ ໃນຕົ້ນປີ 2022 ເພື່ອແກ້ໄຂຄວາມເຄັ່ງຕຶງ. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ NATO Jens Stoltenberg ທີ່ການຖະແຫຼງຂ່າວຢູ່ ບຣຸກແຊນ, ປະເທດ ແບນຊິກ. ທ່ານ Jens Stoltenberg ກໍ່ເຕື່ອນວ່າ ທຸກການເຈລະຈາກັບ ລັດເຊຍ ຍັງຈະເຄົາລົບຫຼັກການພື້ນຖານຂອງຄວາມໝັ້ນຄົງ ເອີລົບ. NATO ຈະໃຫ້ຄຳປຶກສາຢ່າງແໜ້ນແຟ້ນກັບ ຢູແກຼນ ກ່ຽວກັບທຸກການເຈລະຈາກັບ ລັດເຊຍ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະແດງຄວາມຫວັງ ຢາກດຳເນີນການເຈລະຈາທີ່ມີລັກສະນະສ້າງສັນກັບ ອາເມລິກາ ແລະ NATO ກ່ຽວກັບຄວາມຕ້ອງການຮັບປະກັນຄວາມໝັ້ນຄົງ. ທ່ານຫວັງວ່າ ຈະໄດ້ຮັບປະຕິກິລິຍາຢ່າງຈະແຈ້ງ ແລະ ຮອບດ້ານຈາກ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນດາຂໍ້ສະເໜີກ່ຽວກັບການຮັບປະກັນຄວາມໝັ້ນຄົງ. ການນຳ ລັດເຊຍ ຍັງຊັກຊາກໍລະນີປະເທດນີ້ພ້ອມແລ້ວທີ່ຈະດຳເນີນ “ມາດຕະການເຕັກນິກການທະຫານ” ຖ້າຫາກບັນດາປະເທດຝ່າຍຕາເວັນຕົກ ມີການກະທຳ “ບໍ່ເປັນມິດ” ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ