NATO ຊ້ອມ​ຮົບ​ທາງ​ອາ​ກາດ​ຢູ່​ເຂດ​ທະ​ເລ ດຳ​

(VOVWORLD) -ບັນດາກຳລັງທະຫານເຮືອ ແລະ ທະຫານປ້ອງກັນອາກາດ ຂຶ້ນກັບອົງການສົນທິສັນຍາ ອັກລັງຕິກເໜືອ (NATO) ຫາກໍດຳເນີນການຊ້ອມຮົບຢູ່ທະເລ ດຳ “ເພື່ອແນໃສ່ປັບປຸງການຮ່ວມມືຂອງສຳພັນທະມິດ, ປະຕິບັດວຽກງານຕິດຕໍ່ພົວພັນລະຫວ່າງທະຫານປ້ອງກັນອາກາດ ແລະ ທະຫານເຮືອ, ພ້ອມທັງສ້າງສາຍພົວພັນອັນໝັ້ນແກ່ນ ລະຫວ່າງບັນດາປະເທດສະມາຊິກ.”

    ທ່ານ ວາທີນາຍພົນ Andrew Hansen ຮອງຫົວໜ້າເສນາທິການກອງບັນຊາການທະຫານປ້ອງກັນອາກາດ NATO ເນັ້ນໜັກວ່າ ຜ່ານການຊ້ອມຮົບຢູ່ເຂດທະເລຕ່າງໆ ແລະ ເຂດນ່ານຟ້າສາກົນຢູ່ນອກຝັ່ງທະເລ ໂຣມາເນຍ, NATO ສາມາດພັດທະນາໄດ້ບັນດາຍຸດທະວິທີສູ້ຮົບ ແລະ ປັບປຸງຄວາມສາມາດສົມທົບກັນທາງອາກາດກັບບັນດາປະເທດສະມາຊິກຢູ່ເຂດທະເລດຳ.

        ການຊ້ອມຮົບດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມສາມາດ, ຄວາມພ້ອມ ແລະ ຄວາມຕັດສິນໃຈຂອງ NATO ໃນການປົກປ້ອງປະຊາຊົນບັນດາປະເທດສະມາຊິກ. ການຊ້ອມຮົບຖືກດຳເນີນໃນສະພາບການທີ່ຄວາມເຄັ່ງຕຶງກັບ ລັດເຊຍ ພວມເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, NATO ຢັ້ງຢືນວ່າ ການຊ້ອມຮັບຄັ້ງນີ້ ບໍ່ແມ່ນປະຕິກິລິຍາໂດຍກົງຂອງ NATO ຕໍ່ການກະທຳຂອງ ລັດເຊຍ ຢູ່ ທະເລດຳ.

ຕອບກັບ

ຂ່າວ/ບົດ​ອື່ນ