NATO ດຳເນີນການຊ້ອມຮົບນິວເຄຼຍ

(VOVWORLD) -ຄາດວ່າຈະມີ 14 ໃນຈຳນວນ 30 ປະເທດສະມາຊິກ NATO ເຂົ້າຮ່ວມການຊ້ອນຮົບ.
NATO ດຳເນີນການຊ້ອມຮົບນິວເຄຼຍ - ảnh 1ທ່ານເລຂາທິການໃຫຍ່ NATO Jens Stoltenberg
(ພາບ: AFP/TTXVN)

        ວັນທີ 11 ຕຸລາ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) Jens Stoltenberg ໃຫ້ຮູ້ວ່າ ກຸ່ມທະຫານນີ້ຈະດຳເນີນການຊ້ອມຮົບນິວເຄຼຍໃນອາທິດຈະມາເຖິງ.

        ການຊ້ອມຮົບປະຈຳປີມີຊື່ວ່າ “Steadfast Noon”, ຈະດຳເນີນ ແລະ ແກ່ຍາວເປັນເວລາເກືອບ 1 ອາທິດ. ການຊ້ອມຮົບລວມມີ ເຮືອບິນສູ້ຮົບອາດຈະມີຫົວນິວເຄຼຍ, ແຕ່ບໍ່ລູກລະເບີດແທ້, ພ້ອມກັບເຮືອບິນອື່ນໆອີກຫຼາຍປະເພດ.

        ຄາດວ່າຈະມີ 14 ໃນຈຳນວນ 30 ປະເທດສະມາຊິກ NATO ເຂົ້າຮ່ວມການຊ້ອນຮົບ. ຕາມເຈົ້າໜ້າທີ່ NATO ທ່ານໜຶ່ງແລ້ວ, ການຊ້ອມຮົບສ່ວນຫຼາຍແມ່ນໄດ້ຈັດຂຶ້ນຫ່າງຈາກ ລັດເຊຍ ກວ່າ 1.000 ກມ.

ຕອບກັບ

ຂ່າວ/ບົດ​ອື່ນ