NATO ຖະແຫຼງກຽມພ້ອມໃຫ້ “ໂລກບໍ່ມີ INF”

(VOVWORLD) -ວັນທີ 12 ກຸມພາ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) Jens Stoltenberg ຖະແຫຼງວ່າ

NATO ຖະແຫຼງກຽມພ້ອມໃຫ້ “ໂລກບໍ່ມີ INF” - ảnh 1ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ Jens Stoltenberg 

(ພາບ: THX/TTXVN)

ພວມສ້າງແຜນການກະກຽມໃຫ້ເລື່ອງ “ໂລກບໍ່ມີສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF)” ພາຍຫຼັງຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນສະໄໝສົງຄາມເຢັນຖືກປະລາໄຊ.

        ບັນດາຄວາມວິຕົກກັງວົນກ່ຽວກັບການຊ່ວງເສັງອາວຸດໃໝ່ຢູ່ເອີລົບ ພວມເພີ່ມຂຶ້ນ ພາຍຫຼັງອາເມລິກາ ເລີ່ມປະຕິບັດວິວັດທະນາການຖອນຕົວອອກຈາກ INF ດ້ວຍຄຳກ່າວຫາລັດເຊຍ ລະເມີດຂໍ້ຕົກລົງ ເມື່ອພັດທະນາລະບົບລູກສອນໄຟໃໝ່. ໃນບົດກ່າວປາໄສຄັ້ງຫຼ້າສຸດຢູ່ສຳນັກງານ NATO ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ທ່ານ Stoltenberg ຖະແຫຼງວ່າ, NATO ຈະໂຕ້ຕອບສິ່ງທີ່ເຂົາເຈົ້າກ່າວຫາລັດເຊຍ ວ່າໄດ້ລະເມີດ INF, ທ່ານເນັ້ນໜັກວ່າ, ສຳພັນທະມິດການທະຫານດັ່ງກ່າວ ຈະເພີ່ມທະວີກຳລັງປ້ອງກັນ ເພື່ອແນໃສ່ຮັບມືກັບ “ໂລກບໍ່ມີ INF ແລະ ລູກສອນໄຟຂອງລັດເຊຍ ນັບມື້ນັບຫຼາຍຂຶ້ນ”.

        ກ່ອນໜ້ານັ້ນໜຶ່ງວັນ, ກະຊວງການຕ່າງປະເທດລັດເຊຍ ໄດ້ໂຕ້ຕອບບັນດາຄຳກ່າວຫາຂອງອາເມລິກາ ເມື່ອຢືນຢັນວ່າ ວໍຊິງຕັນ ຍັງບໍ່ທັນຍົກອອກບໍ່ວ່າຫຼັກຖານໃດໆທີ່ຊີ້ໃຫ້ເຫັນວ່າ ມົດສະກູ ລະເມີດ INF.

ຕອບກັບ

ຂ່າວ/ບົດ​ອື່ນ