NATO ຖະ​ແຫຼງສືບ​ຕໍ່​ໜູນ​ຊ່ວຍ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -      ວັນທີ 27 ກໍລະກົດ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາ ອັກລັງຕິກເໜືອ (NATO) Jens Stoltenberg ໃຫ້ຮູ້ວ່າ ທ່ານຫາກໍມີການປຶກສາຫາລືກັບທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ເພື່ອແນໃສ່ຢັ້ງຢືນຄືນໃໝ່ວ່າ ອົງການສຳພັນທະມິດການທະຫານນີ້ ຈະສືບຕໍ່ໜູນຊ່ວຍ ອາບການິດສະຖານ.
NATO ຖະ​ແຫຼງສືບ​ຕໍ່​ໜູນ​ຊ່ວຍ ອາບ​ກາ​ນິດ​ສະ​ຖານ - ảnh 1ພົນທະຫານ NATO  ປະຈຳການຢູ່ Kabul, Afghanistan ໃນວັນທີ 31 ພຶດສະພາ 2019  (ພາບ: AFP/TTXVN)

ທ່ານ Stoltenberg ຖືວ່າ ອາບການິດສະຖານ ພວມຕ້ອງປະເຊີນໜ້າກັບສະພາບການຄວາມໝັ້ນຄົງປະສົບກັບສິ່ງທ້າທາຍຫຼາຍຢ່າງ ເມື່ອກອງທັບຕ່າງປະເທດຖອນຕົວອອກຈາກປະເທດນີ້, ພ້ອມທັງຮຽກຮ້ອງໃຫ້ມີວິທີການແກ້ໄຂ ໂດຍຜ່ານການເຈລະຈາກັບ ຕາລີບານ. ທ່ານກໍໃຫ້ຮູ້ວ່າ NATO  ຈະສືບຕໍ່ໜູນຊ່ວຍ ອາບການິດສະຖານ, ລວມທັງດ້ານການເງິນ, ພົນລະເຮືອນ ແລະ ການບຳລຸງກໍ່ສ້າງຢູ່ຕ່າງປະເທດ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 27 ກໍລະກົດ, ລັດເຊຍ ແຈ້ງໃຫ້ຊາບວ່າ ພົນທະຫານປະມານ 1.000 ຄົນ ຂອງປະເທດນີ້ ຈະເຂົ້າຮ່ວມການຊ້ອມຮົບຮ່ວມ ຢູ່ ຕັດຈິກິດສະຖານ ໃນອາທິດໜ້າ ຢູ່ເຂດໃກ້ກັບຊາຍແດນ ອາບການິດສະຖານ. ການຊ້ອມຮົບດັ່ງກ່າວ ຈະດຳເນີນໃນລະຫວ່າງວັນທີ 5 ຫາວັນທີ 10 ສິງຫາ ໃນສະພາບການທີ່ຄວາມສະຫງົບຂອງ ອາບການິດສະຖານ ນັບມື້ນັບຂາດສະຖຽນລະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ