NATO ບໍ່ມີເຈດຈຳນົງ ແຊກແຊງດ້ານການ ທະຫານເຂົ້າ ຊີຣີ

NATO ບໍ່ມີເຈດຈຳນົງ ແຊກແຊງດ້ານການ ທະຫານເຂົ້າ ຊີຣີ - ảnh 1
ເຫດວາງລະເບີດສະຫຼະຊີບຢູ່ ຊີຣີ
(ພາບ: AFP/TTXVN)

(vovworld) - ວັນ​ທີ 26/3, ອົງການ​ສົນທິ​ສັນຍາ​ມະຫາ​ສະໝຸດ ອັກ​ຊັງ​ຕີນ ​ເໜືອ (ຫຼື NATO) ​ໃຫ​້ຮູ້​ວ່າ: ອົງການ​ນີ້​ບໍ່​ມີ​ເຈດ​ຈຳນົງແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າ ຊີຣີ. ຖະ​ແຫຼ​ງການ​ດັ່ງກ່າວ​​ໂດຍເຈົ້າ​ໜ້າ​ທີ່ NATO ຍົກ​ອອກ​ມາ​​ພາຍຫຼັງ​ທີ່​ຜູ້ນຳ​ກຳລັງ​ຝ່າຍ​ຄ້ານ ຊີຣີ Moaz Alkhatib ​ໃຫ​້ຮູ້​ວ່າ: ທ່ານ​ໄດ້​ສະ​ເໜີ​ໃຫ້ຝ່າຍ ອາ​ເມ​ລິ​ກາ ຊ່ວຍ​ເຫຼືອ​ປົກ​ປັກ​ຮັກສາບັນດາ​ເຂດ​ໂດຍ​ກຳລັງ​ຝ່າຍ​ຄ້ານ​ພວມຄວບ​ຄຸມ​ຢູ່​ພາກ​ເໜືອ ຊີຣີ ດ້ວຍ​ລະບົບ​ລູກ​ສອນ​ໄຟ Patriot ຕໍ່ໜ້າ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຳລັງ​ຈົ່ງ​ຮັກ​ພັກດີກັບທ່ານ​ປະທານາທິບໍດີ Bashar al – Assad. ຜູ້ນຳ​ຝ່າຍ​ຄ້ານ ຊີຣີ ກໍ່​ໃຫ້​ຮູ້​ວ່າ ພວມ​ລໍ​ຄອຍ​ຄຳ​ຕັດສິນ​ຂອງ​ຝ່າ​ຍ NATO. ມາ​ຮອດ​ປະຈຸ​ບັນ, ການ​ແຊກ​ແຊງ​ພຽງ​ຢ່າງ​ດຽວ​ຂອງ NATO ​ເຂົ້າ​​ໃນການ​ປະ​ທະ​ກັນ​ຢູ່ ຊີຣີ ​ແມ່ນ ຜັນ​ຂະຫຍາຍ​ບັນດາ ​ກອງລູກ​ສອນ​ໄຟ Patriot ຢູ່​ລຽບ​ຕາມ​ຊາຍ​ແດນ ຕວກກີ, ​ເຊິ່ງ​ແມ່ນ​ປະ​ເທດ​ສະມາຊິກພັນ​ທະ​ມິດ ​ເພື່ອ​ສະກັດ​ກັ້ນ​ທຸກໆ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ຫຼື ດ້ວຍ​ລູກ​ສອນ​ໄຟ​ຈາກ​ຝ່າຍ ຊີຣີ.

 

 

ຂ່າວ/ບົດ​ອື່ນ