NATO ບໍ່​ມີ​ແຜນ​ການ​ຕັ້ງ​ຖານ​ທີ່​ໝັ້ນ​ຢູ່ ຊູ​ແອັດ ຫຼື ແຟງ​ລັງ

(VOVWORLD) -ອົງການສຳພັນທະມິດການທະຫານນີ້ ບໍ່ມີແຜນການຈັດສົ່ງກຳລັງທະຫານໄປຍັງ ຊູແອັດ ຫຼື ແຟງລັງ, ພາຍຫຼັງທີ່ສອງປະເທດນີ້ ປະຕິບັດສຳເລັດລະບຽບການເປັນສະມາຊິກສຳຮອງໃນອາທິດນີ້.
NATO ບໍ່​ມີ​ແຜນ​ການ​ຕັ້ງ​ຖານ​ທີ່​ໝັ້ນ​ຢູ່ ຊູ​ແອັດ ຫຼື ແຟງ​ລັງ - ảnh 1ສຳນັກງານ NATO ຢູ່ ປະເທດ ແບນຊິກ (ພາບ: AFP/TTXVN)

ວັນທີ 5 ກໍລະກົດ, ທ່ານ Mircea Geoana ຮອງເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO)  ຢັ້ງຢືນວ່າ ອົງການສຳພັນທະມິດການທະຫານນີ້ ບໍ່ມີແຜນການຈັດສົ່ງກຳລັງທະຫານໄປຍັງ ຊູແອັດ ຫຼື ແຟງລັງ, ພາຍຫຼັງທີ່ສອງປະເທດນີ້ ປະຕິບັດສຳເລັດລະບຽບການເປັນສະມາຊິກສຳຮອງໃນອາທິດນີ້.

        ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຝລັ່ງ AFP ຜ່ານທາງໂທລະສັບ, ທ່ານຮອງເລຂາທິການໃຫຍ່ Mircea Geoana ໃຫ້ຮູ້ວ່າ NATO ບໍ່ມີແຜນການຈັດສົ່ງກຳລັງທະຫານເພີ່ມເຕີມໄປຍັງສອງປະເທດດັ່ງກ່າວ, ເພາະວ່າ ປັດຈຸບັນ 2 ປະເທດນີ້ພວມມີກຳລັງປ້ອງກັນຊາດທີ່ໝັ້ນແກ່ນ, ມີຄວາມສາມາດພຽງພໍເພື່ອປ້ອງກັນຕົວ. NATO ກໍບໍ່ມີແຜນການຕັ້ງຖານທີ່ໝັ້ນຢູ່ທັງ ຊູແອັດ ແລະ ແຟງລັງ, ເພາະວ່າສອງປະເທດນີ້ ມີກຳລັງຄວາມສາມາດດ້ານການທະຫານ ແລະ ຍຸດທະສາດສູງ.

ຕອບກັບ

ຂ່າວ/ບົດ​ອື່ນ