NATO ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ຕໍ່ ຢູ​ແກຼນ

(VOVWORLD) - ຜູ້ນຳ NATO ໄດ້ຍົກອອກຖະແຫຼງການດັ່ງກ່າວ ທີ່ການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ໄດ້ດຳເນີນໃນວັນດຽວກັນຢູ່ນະຄອນຫຼວງ Kiev.
NATO ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ຕໍ່ ຢູ​ແກຼນ - ảnh 1ທ່ານເລຂາທິການ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) Jens Stoltenberg ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: AP)

ວັນທີ 28 ກັນຍາ, ທ່ານເລຂາທິການ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) Jens Stoltenberg ໄດ້ຢັ້ງຢືນຄືນໃໝ່ທັດສະນະສະໜັບສະໜູນ ຢູແກຼນຂອງ ອົງການນີ້, ພ້ອມທັງໃຫ້ຮູ້ວ່າ ການພົວພັນຂອງ ຢູແກຼນ ກັບສຳພັນທະມິດນີ້ບໍ່ມີເວລາໃດທີ່ໃກ້ຊິດຄືກັນໃນປັດຈຸບັນ. ຜູ້ນຳ NATO ໄດ້ຍົກອອກຖະແຫຼງການດັ່ງກ່າວ ທີ່ການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ໄດ້ດຳເນີນໃນວັນດຽວກັນຢູ່ນະຄອນຫຼວງ Kiev.

ສ່ວນທ່ານປະທານາທິບໍດີ Volodymyr Zelensky ຖືວ່າ ເລື່ອງຢູແກຼນກາຍເປັນສະມາຊິກທາງການຂອງ NATO ພຽງແຕ່ແມ່ນບັນຫາເວລາ. ການນຳ ຢູແກຼນ ຢັ້ງຢືນຈະມານະພະຍາຍາມເພື່ອນຳຢູແກຼນເຂົ້າເປັນສະມາຊິກ ຂອງ NATO ຢ່າງເປັນທາງການໃນຈຸດເວລາໄວທີ່ສຸດ.

ໃນການຢ້ຽມຢາມ Kiev ຄັ້ງນີ້, ທ່ານ Jens Stoltenberg ປະກາດວ່າ NATO ໄດ້ເຫັນດີເປັນເອກະພາບກັບບັນດາບໍລິສັດຜະລິດອາວຸດກ່ຽວກັບບັນດາ ສັນຍາແມ່ ທີ່ມີມູນຄ່າ 2,4 ຕື້ ເອີໂຣ ( ປະມານ 2,53 ຕື້ USD), ລວມມີບັນດາໃບສັ່ງສິນຄ້າ ປະຈຳ ທີ່ມີມູນຄ່າ ປະມານ 1 ຕື້ ເອີໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ