NATO ຢາກສືບຕໍ່ເຈລະຈາກັບ ລັດເຊຍ

NATO ຢາກສືບຕໍ່ເຈລະຈາກັບ ລັດເຊຍ - ảnh 1
ທ່ານ Jens Stoltenberg ​ເລຂາທິການ​ໃຫຍ່​ອົງການ
ສົນທິສັນຍາ​ອັດ​ລັງຕິກ​​ເໜືອ (NATO)
(ພາບ: AFP/TTXVN)


(vovworld) – ​ ວັນ​ທີ 14/02, ທ່ານ Jens Stoltenberg ​ເລຂາທິການ​ໃຫຍ່​ອົງການສົນທິສັນຍາ​ອັດ​ລັງຕິກ​​ເໜືອ (NATO) ປະກາດ​ວ່າ ທ່ານຄາດ​ຄະ​ເນຈະມີ​ການ​ພົບປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ຢູ່​ນອກ​ກອງ​ປະຊຸ​ມປ້ອງ​ກັນ​ຄວາມ​ສະຫງົບ Munich (​ເຢຍລະ​ມັນ) ຊຶ່ງ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ​ 17 – 19/02. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຂອງ​ສະພາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ NATO ຢູ່ Brussels (​ແບນ​ຊິກ), ທ່ານ Jens Stoltenberg ຢືນຢັນ​ວ່າ ທ່ານ​ຢາກ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ເພາະ​ວ່າຈະ​ມີ​ຜົນ​ປະ​ໂຫຍ​ດຕໍ່​ເລື່ອງ​ສືບ​ຕໍ່​ບັນດາ​ການພົບ​ປະ​ເຈລະຈາກັບ ລັດ​ເຊຍ. ຕາມ​ແຜນການ​ແລ້ວ ຈະ​ມີ​ນັກ​ການ​ເມືອງ​ປະມານ 500 ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມປ້ອງ​ກັນ​ຄວາມ​ສະຫງົບ Munich ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​​ເຄັ່ງຮ້ອນ​​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ໂລກ.

        ການ​ພົວພັນ ລັດ​ເຊຍ - NATO ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເຄັ່ງ​ຕຶງ​ທີ່​ສຸດ. ລັດ​ເຊຍ ​ແລະ NATO ​ໄດ​້​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່​ເປັນ​ຫລາຍ​ຄັ້ງ​ແລ້ວ, ​ແຕ່​ເກີດ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ ຍາກ​ທີ່​ຈະ​ແກ້​ໄຂ, ພິ​ເສດ​ແມ່ນ​ບັນຫາການ​ປະ​ທະ​ກັນຢູ່ ຢູ​ແກຼນຕາ​ເວັນ​ອອກ ​ແລະ ​ເສິກ​ກາງ​ເມືອງ​ຢູ່ ຊີຣີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ