NATO ສຸມໃສ່ເພີ່ມທະວີຄວາມສາມາດປ້ອງກັນຕົວ ແລະ ຂົມຂູ່

(VOVWORLD) -ໃນວັນທີ 18 -19 ມັງກອນ ຢູ່ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ ໄດ້ດຳເນີນກອງປະຊຸມຂອງຄະນະກຳມະການການທະຫານຂອງ NATO. 
NATO ສຸມໃສ່ເພີ່ມທະວີຄວາມສາມາດປ້ອງກັນຕົວ ແລະ ຂົມຂູ່ - ảnh 1ພົນທະຫານ ເຢຍລະມັນ ໃນກຳລັງ NATO ຢູ່ Rukla  ສ. ລິດວາ:  ( ພາບ: AFP/TTXVN

ພົນເຮືອເອກ Rob Bauer ປະທານ ຄະນະກຳມະການການທະຫານ ແລະ ທ່ານ Mircea Geoana ຮອງເລຂາທິການໃຫຍ່ NATO ເປັນປະທານກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ພົນເຮືອເອກ Rob Bauer ໄດ້ເຕື້ອງເຖິງການຊຸດໂຊມຂອງສະພາບແວດລ້ອມແຫ່ງຄວາມໝັ້ນຄົງທົ່ວໂລກຍ້ອນຜົນສະທ້ອນຈາກການປະທະກັນທາງການທະຫານລະຫວ່າງ ລັດເຊຍ - ຢູແກຼນ; ຢືນຢັນ NATO ໄດ້ສະແດງໃຫ້ໂລກເຫັນໄດ້ຄວາມສາມາດຢ່າງວ່ອງໄວໃນການຜັນຂະຫຍາຍການມີຫນ້າຂອງຕົນບໍ່ວ່າຢູ່ແຫ່ງໃດ ແລະ ບໍ່ວ່າເວລາໃດເມື່ອມີຄວາມຈຳເປັນ.

ສ່ວນທ່ານ Mircea Geoana, ຮອງເລຂາທິການໃຫຍ່ NATO ເນັ້ນຫນັກວ່າ ຈະສຸມໃສ່ປະຕິບັດ 3 ຂົງເຂດສຳຄັນ, ລວມມີ ການເພີ່ມທະວີການລົງທຶນດ້ານປ້ອງກັນຊາດ, ເພີ່ມລະດັບຄວາມໄວໃນການຜະລິດອາວຸດ ແລະ ລູກປືນ, ຊຸກຍູ້ການຫັນເປັນ ດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ