NATO ອອກສຽງກ່ຽວກັບການຂັດແຍ່ງລະຫວ່າງ ຝລັ່ງ ກັບ ອາເມລິກາ ແລະ ອົດສະຕາລີ

(VOVWORLD) -ວັນທີ 18 ກັນຍາ NATO ຊີ້ແຈ້ງວ່າ ການຂັດແຍ່ງໃນພັນທະມິດ ລະຫວ່າງ ຝລັ່ງ ກັບ ອາເມລິກາ ແລະ ອົດສະຕາລີ ກ່ຽວກັບສັນຍາກຳປັ່ນດຳນ້ຳ ອາດບໍ່ສົ່ງຜົນສະທ້ອນເຖິງ “ການຮ່ວມມືດ້ານການທະຫານ”ໃນກຸ່ມ.

NATO ອອກສຽງກ່ຽວກັບການຂັດແຍ່ງລະຫວ່າງ ຝລັ່ງ ກັບ ອາເມລິກາ ແລະ ອົດສະຕາລີ - ảnh 1ການນຳ ຝລັ່ງ ແລະ ອົດສະຕາລີ ຢ້ຽມຢາມກຳປັ່ນດຳນ້ຳ ຂອງອົດສະຕາລີ ຢູ່ Sydney ເມື່ອປີ 2018. (ພາບ: Getty Images)

ກ່າວຄຳເຫັນກັບວົງການນັກຂ່າວຢູ່ ນະຄອນຫລວງ Athens ປະເທດ ເກຼັກ, ທ່ານ ປະທານ ຄະນະກຳມະການການທະຫານ NATO, ພົນເຮືອເອກ Rob Bauer ເນັ້ນຫນັກວ່າ: ອົດສະຕາລີ ແມ່ນຄູ່ຮ່ວມມື ແຕ່ບໍ່ຂຶ້ນກັບ NATO. ມີຂໍ້ຕົກລົງຫລາຍສະບັບລະຫວ່າງບັນດາປະເທດອາດຈະສົ່ງຜົນສ້ອນເຖິງ NATO ກ່ຽວກັບດ້ານການເມືອງ. ເຖິງຢ່າງໃດກໍຕາມ ປະຈຸບັນ ສິ່ງນີ້ ຈະບໍ່ສົ່ງຜົນສະທ້ອນເຖິງການຮ່ວມມືດ້ານການທະຫານໃນ NATO.

ສ່ວນ ຝລັ່ງ ສືບຕໍ່ກ່າວຫາ ອົດສະຕາລີ ແລະ ອາເມລິກາ ໄດ້ “ລອກລວງ”ໃນວິກິດການກ່ຽວກັບສົນທິສັນຍາຄວາມໝັ້ນຄົງ, ໃນນັ້ນ Canberra ໄດ້ຍົກເລິກສັນຍາຊື້ກຳປັ່ນດຳນ້ຳຂອງ ຝລັ່ງ ເພື່ອແທນທີ່ດ້ວຍບັນດາກຳປັ່ນຂອງ ອາເມລິກາ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ