NATO ຮຽກຮ້ອງບັນດາປະເທດສະມາຊິກຍູ້ແຮງຄວາມມານະພະຍາຍາມຕ້ານລັດທິກໍ່ການຮ້າຍ

(VOVWORLD) - ວັນທີ 24 ພຶດສະພາ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ສະແດງຄວາມປາດຖະໜາວ່າ ບັນດາປະເທດສະມາຊິກໃນກຸ່ມນີ້ຈະເຫັນດີເພີ່ມທະວີການໜູນຊ່ວຍພັນທະມິດຕ້ານລັດທິກໍ່ການຮ້າຍໃນທົ່ວໂລກ. 

NATO ຮຽກຮ້ອງບັນດາປະເທດສະມາຊິກຍູ້ແຮງຄວາມມານະພະຍາຍາມຕ້ານລັດທິກໍ່ການຮ້າຍ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃນການພົບປະກັບເລຂາທິການໃຫຍ່ ນາໂຕ Jens Stoltenberg ຢູ່ລອນດອນ ໃນວັນທີ 10/5.

(ພາບປະກອບຈາກ:AFP/TTXVN)

ທ່ານ Stoltenberg ຖືວ່າ ເຫດວາງລະເບີດຢູ່ Manchester, ທາງທິດຕາເວັນຕົກສ່ຽງເໜືອປະເທດ ອັງກິດ, ເຮັດໃຫ້ຢ່າງໜ້ອຍສຸດ 22 ຄົນເສຍຊີວິດ,  ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າພັນທະມິດນີ້ຕ້ອງເຫັນດີເພີ່ມທະວີຄວາມມານະພະຍາຍາມກ່ວາອີກໃນບັ້ນຮົບຕ້ານກໍ່ການຮ້າຍ. ປະຈຸບັນ, 28 ປະເທດສະມາຊິກທັງໝົດຂອງນາໂຕ ໄດ້ເຂົ້າຮ່ວມພັນທະມິດຕ້ານກໍ່ການຮ້າຍດ້ວຍຖານະແມ່ນບັນດາປະເທດເອກະລາດ ແລະ ບັນດາປະເທດນີ້ຈະລ້ວນແຕ່ລໍຄອຍກຸ່ມນີ້ຈະກາຍເປັນສະມາຊິກຄົບຖ້ວນຂອງພັນທະມິດຕ້ານກໍ່ການຮ້າຍທົ່ວໂລກ. ທ່ານ ກໍ່ເນັ້ນໜັກ ເລື່ອງ ນາໂຕ ກາຍເປັນສະມາຊິກຂອງພັນທະມິດນີ້ ຈະຊ່ວຍຊຸກຍູ້ການຮ່ວມມືໃນບັ້ນຮົບຕ້ານອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ຢູ່ຊີຣີ ແລະ ອີຣັກ, ຜ່ານນັ້ນໄດ້ສົ່ງສານຂອງຄວາມສາມັກຄີໃນບັ້ນຮົບຕ້ານກໍ່ການຮ້າຍຢ່າງແຮງ.


ຕອບກັບ

ຂ່າວ/ບົດ​ອື່ນ