NATO ຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງຢູ່ເຂດ Nagorno-Karabakh ໃນທັນທີ

(VOVWORLD) - ການນຳ NATO ກໍ່ຢືນຢັນວ່າ ບໍ່ມີມາດຕະການການທະຫານໃຫ້ແກ່ການປະທະກັນຢູ່ເຂດດັ່ງກ່າວ.
NATO ຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງຢູ່ເຂດ Nagorno-Karabakh ໃນທັນທີ - ảnh 1ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ  (ພາບ: AFP/ TTXVN)

  ວັນທີ 05 ຕຸລາ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ຮຽກຮ້ອງໃຫ້ສ້າງຄຳສັ່ງຢຸດຍິງຢູ່ເຂດ Nagorno-Karabakh ໃນສະພາບການຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນການປະທະກັນຢູ່ເຂດດັ່ງກ່າວ ສືບຕໍ່ເພີ່ມຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ ເນື່ອງໃນໂອກາດຢ້ຽມຢາມປະເທດ ຕວັກກີ, ທ່ານ Jens Stoltenberg ໄດ້ຢືນຢັນວ່າ: ສິ່ງສຳຄັນພິເສດດຽວນີ້ ແມ່ນສົ່ງສານໄປຍັງບັນດາຝ່າຍທັງໝົດຢ່າງຈະແຈ້ງວ່າ ຕ້ອງຢຸດຕິການປະທະກັນໃນທັນທີ ແລະ ຄວນສະໜັບສະໜູນບັນດາຄວາມມານະພະຍາຍາມທັງໝົດ ເພື່ອຊອກຫາມາດຕະການສັນຕິພາບໂດຍຜ່ານການເຈລະຈາ. ການນຳ NATO ກໍ່ຢືນຢັນວ່າ ບໍ່ມີມາດຕະການການທະຫານໃຫ້ແກ່ການປະທະກັນຢູ່ເຂດດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ, ທ່ານລັດຖະມົນຕີກ່ຽວກັບບັນຫາ ເອີຣົບ ແລະ ການຕ່າງປະເທດ ຝຣັ່ງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຕາງໜ້າໃຫ້ບັນດາປະເທດປະທານຮ່ວມກຸ່ມ OSCE Minsk ໄດ້ປຶກສາຫາລືກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ Nagorno-Karabakh ແລະ ອອກຖະແຫຼງການຮ່ວມ, ຮຽກຮ້ອງໃຫ້ຢຸດຍິງໃນທັນທີ.

 

ຕອບກັບ

ຂ່າວ/ບົດ​ອື່ນ