NATO ເລີ່ມຕົ້ນການຊ້ອມຮົບໃຫຍ່ສຸດນັບແຕ່ພາຍຫລັງສົງຄາມເຢັນ

(VOVWORLD) - ວັນທີ 25 ຕຸລາ, ອົງການສົນທິສັນຍາອາກລັງຕິກເໜືອ (NATO) ໄດ້ເລີ່ມຕົ້ນການຊ້ອມຮົບດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ພາຍຫລັງສິ້ນສຸດສົງຄາມເຢັນ. 
NATO ເລີ່ມຕົ້ນການຊ້ອມຮົບໃຫຍ່ສຸດນັບແຕ່ພາຍຫລັງສົງຄາມເຢັນ - ảnh 1 NATO ເລີ່ມຕົ້ນການຊ້ອມຮົບໃຫຍ່ສຸດນັບແຕ່ພາຍຫລັງສົງຄາມເຢັນ (ພາບ: AFP/TTXVN)

ການຊ້ອມຮົບໄດ້ດຳເນີນຢູ່ ນອກແວ ດ້ວຍການເຂົ້າຮ່ວມຂອງພົນທະຫານ 50.000 ຄົນ, ລົດການທະຫານ 10.000 ຄັນ, ກ່ຳປັ່ນສູ້ຮົບ 65 ລຳ ແລະ ເຮືອບິນສູ້ຮົບ 25 ລຳທີ່ມາຈາກ 31 ປະເທດ, ໃນນັ້ນ ມີ 29 ປະເທດເປັນສະມາຊິກຂອງ NATO ທັງໝົດ ພ້ອມກັບ 2 ປະເທດຄູ່ຮ່ວມມືແມ່ນ ແຟງລັງ ແລະ ຊູແອັດ. NATO ໃຫ້ຮູ້ວ່າ: ຈຸດປະສົງຂອງການຊ້ອມຮົບ Trident Juncture 2018  ເພື່ອແນໃສ່ຍົກສູງຄວາມສາມາດໃນການຕໍ່ສູ້ເມື່ອມີປະເທດສະມາຊິກ NATO ໃດໜຶ່ງຖືກບຸກໂຈມຕີ.

       ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ເນັ້ນໜັກເຖິງເປົ້າໝາຍຂອງການຊ້ອມຮົບແມ່ນ ແນໃສ່ຮັບມືກັບສະພາບຄວາມໝັ້ນຄົງຢູ່ ເອີຣົບ ພວມ “ຊົ່ວຮ້າຍ ພໍສົມຄວນ” ໃນຊຸມປີມໍ່ໆມານີ້, ພ້ອມທັງ ຢືນຢັນວ່າ NATO ໄດ້ຕົກລົງມີການກະທຳ. ຕາມທ່ານ Jens Stoltenberg ແລ້ວ, ເຖິງວ່າ ແຜນການຂອງການຊ້ອມຮົບແມ່ນການສົມມຸດຖານເທົ່ານັ້ນ ແຕ່ບັນດາບົດຮຽນທີ່ຖອດຖອນມາໄດ້ພາຍຫລັງການຊ້ອມຮົບແມ່ນແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ