NATO ແລະ ລັດ​ເຊຍ ຕ້ອງ​ຮັກ​ສາ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ ເພື່ອ​ຜົນ​ປະ​ໂຫຍດ​ລວມ

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດAugusto Santos Silva ເນັ້ນໜັກວ່າ ສະຫະພາບ ເອີລົບ (EU) ແລະ ລັດເຊຍ ມີ “ຜົນປະໂຫຍດລວມ” ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງລວມໝູ່ໃນພາກພື້ນ ແລະ ພ້ອມກັນເຂົ້າໃຈຢ່າງຈະແຈ້ງ ບັນດາມາດຕະການຕ້ອງໄດ້ຮັບການປະຕິບັດເພື່ອ “ປົວແປງສະຖຽນລະພາບ ແລະ ຄວາມໝັ້ນຄົງ” ໃນທົ່ວເອີລົບ. 
NATO ແລະ ລັດ​ເຊຍ ຕ້ອງ​ຮັກ​ສາ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ ເພື່ອ​ຜົນ​ປະ​ໂຫຍດ​ລວມ - ảnh 1ລັດຖະມົນຕີກະຊວງການຕ່າງປະເທດ ປອກຕຸຍການ Augusto Santos Silva (ພາບ:  news-front.info)

ວັນທີ 31 ພຶດສະພາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວລວມ ພາຍຫຼັງການເຈລະຈາກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ປອກຕຸຍການ Augusto Santos Silva ໄດ້ຊີ້ແຈ້ງວ່າ: ໃນຖານະເປັນປະເທດສະມາຊິກຂອງ NATO ແລະ ລັດເຊຍ ຕ້ອງຮັກສາການເຈລະຈາດ້ານການເມືອງ. ການເຈລະຈານີມີຄວາມສຳຄັນທີ່ສຸດ, ຍ້ອນວ່າປັດຈຸບັນມີ ບາງຈຸດຂັດແຍ້ງກັນລະຫວ່າງສອງຝ່າຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດAugusto Santos Silva ເນັ້ນໜັກວ່າ ສະຫະພາບ ເອີລົບ (EU) ແລະ ລັດເຊຍ ມີ “ຜົນປະໂຫຍດລວມ” ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງລວມໝູ່ໃນພາກພື້ນ ແລະ ພ້ອມກັນເຂົ້າໃຈຢ່າງຈະແຈ້ງ ບັນດາມາດຕະການຕ້ອງໄດ້ຮັບການປະຕິບັດເພື່ອ “ປົວແປງສະຖຽນລະພາບ ແລະ ຄວາມໝັ້ນຄົງ” ໃນທົ່ວເອີລົບ. ທ່ານກໍ່ໃສ່ໃຈວ່າ ຊ່ອງທາງການເມືອງ ລະຫວ່າງ NATO ແລະ ລັດເຊຍ ຕ້ອງໄດ້ຮັບການເລີ່ມດຳເນີນ ແລະ ບັນດາປະເທດຕ້ອງຊອກຫາໂຄງການດຳເນີນງານທີ່ຕັ້ງໜ້າ ໃນການພົວພັນລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ