NATO ແລະ ອີ​ຣັກ​ ເຈ​ລ​ະ​ຈາ​ ດ້ານກ​ານ​ເມືອງ - ການ​ທະ​ຫານ

(VOVWORLD) -ຕາມທ່ານ Jens Stoltenberg ແລ້ວ, NATO ຈະສືບຕໍ່ປະຕິບັດບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ບຳລຸງສ້າງ ແລະ ຍົກສູງກຳລັງຄວາມສາມາດດ້ວຍຄວາມເຄົາລົບອະທິປະໄຕ ຢ່າງຄົບຖ້ວນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣັກ, ບົນຄວາມເຫັນດີເຫັນພ້ອມຈາກລັດຖະບານ ອີຣັກ ແລະ ສົມທົບ ກັບບັນດາອົງການຈັດຕັ້ງສາກົນຕ່າງໆຢ່າງແໜ້ນແຟ້ນ.
NATO ແລະ ອີ​ຣັກ​ ເຈ​ລ​ະ​ຈາ​ ດ້ານກ​ານ​ເມືອງ - ການ​ທະ​ຫານ - ảnh 1ທ່ານ Jens Stoltenberg ເລຂາທິການໃຫຍ່ NATO (ພາບ: AFP/TTXVN)

ອົງການສົນທິສັນຍາອາກລັງຕິກເໜືອ (NATO) ແລະ ອີຣັກ ໃນວັນທີ 11 ມີນາ ໄດ້ຈັດການເຈລະຈາດ້ານການເມືອງ - ການທະຫານເພື່ອແນໃສ່ເພີ່ມທະວີການຮ່ວມມື, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ແລະ ທ່ານ Fuad Hussein ລັດຖະມົນຕີກະຊວງການຕ່າງປະເທດ ອີຣັກ. ຫົວຂໍ້ຕົ້ນຕໍຂອງການປຶກສາຫາລືສຸມໃສ່ ການຮ່ວມມື NATO – ອີຣັກ ແລະ ໜ້າທີ່ໃຫ້ຄຳປຶກສາ, ບຳລຸງສ້າງຂອງ NATO ປະຈຳ ອີຣັກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ  Jens Stoltenberg ເນັ້ນໜັ້ກເຖິງຄວາມສຳຄັນຂອງການເຈລະຈາດ້ານການເມືອງ - ການທະຫານ ລະຫວ່າງ ບັນດາເຈົ້າໜ້າທີ່ NATO ແລະ ອີຣັກ, ໃນນັ້ນມີການຕິດຕໍ່ພົວພັນກັນຢ່າງເປັນປະຈຳຂອງ ທ່ານເລຂາທິການໃຫຍ່ NATO ແລະ ທ່ານນາຍົກລັດຖະມົນຕີ ອີຣັກ Al-Kadhimi ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Hussein. ທ່ານ Jens Stoltenberg ກໍ່ໄດ້ຢ້ຳຄືນເລື່ອງ NATO ມີໜ້າຢູ່ປະເທດ ຕາເວັນອອກກາງນີ້ ເພື່ອປະຕິບັດຕາມຄຳຮຽກຮ້ອງຂອງລັດຖະບານ ອີຣັກ, ແນໃສ່ປັບປຸງບັນດາກົນໄກ ແລະ ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ເພື່ອສ້າງສະຖຽນລະພາບຂອງປະເທດດ້ວຍຕົນເອງ, ຕ້ານການກໍ່ການຮ້າຍ ແລະ ສະກັດກັ້ນການລຸກຮຶ້ຂຶ້ນຂອງບັນດາອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ.

ຕາມທ່ານ Jens Stoltenberg ແລ້ວ, NATO ຈະສືບຕໍ່ປະຕິບັດບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ບຳລຸງສ້າງ ແລະ ຍົກສູງກຳລັງຄວາມສາມາດດ້ວຍຄວາມເຄົາລົບອະທິປະໄຕ ຢ່າງຄົບຖ້ວນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣັກ, ບົນຄວາມເຫັນດີເຫັນພ້ອມຈາກລັດຖະບານ ອີຣັກ ແລະ ສົມທົບ ກັບບັນດາອົງການຈັດຕັ້ງສາກົນຕ່າງໆຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ