NATO ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງຢູ່ Kosovo

(VOVWORLD) - ກຳລັງ KFOR ຂອງ NATO ໄດ້ເພີ່ມຂຶ້ນເປັນຫຼາຍກ່ວາ 4.000 ຄົນພາຍຫຼັງທີ່ກອງພັນຊ່ວຍໜູນເຊິ່ງລວມມີ 500 ຄົນ ມາຈາກ ຕວັກກີ ໄດ້ສົ່ງໄປຍັງ Kosovo ໃນສອງອາທິດກ່ອນ.
 
NATO ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງຢູ່ Kosovo - ảnh 1ກຳລັງຕຳຫຼວດ Kosovo
(ພາບ:AFP/TTXVN)

ວັນທີ 18 ມິຖຸນາ, ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເນັ້ນໜັກ: ຄຳໝັ້ນສັນຍາຂອງກຳລັງຮັກສາສັນຕິພາບຢູ່ Kosovo (KFOR) ສຳລັບບັນດາໜ້າທີ່ຢູ່ເຂດດິນແດນແຫ່ງນີ້, ໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນດ້ວຍຄວາມກົດດັນທີ່ເພີ່ມຂຶ້ນສຳລັບ Serbia ກ່ຽວກັບເລື່ອງຈັບຕົວຕຳຫຼວດ 3 ຄົນຢູ່  Kosovo.

        ກຳລັງ KFOR ຂອງ NATO ໄດ້ເພີ່ມຂຶ້ນເປັນຫຼາຍກ່ວາ 4.000 ຄົນພາຍຫຼັງທີ່ກອງພັນຊ່ວຍໜູນເຊິ່ງລວມມີ 500 ຄົນ ມາຈາກ ຕວັກກີ ໄດ້ສົ່ງໄປຍັງ Kosovo ໃນສອງອາທິດກ່ອນ. ການກະທຳດັ່ງກ່າວໄດ້ເກີດຂຶ້ນໃນສະພາບບັນດາການປະທະກັນກັບບັນດາຜູ້ເດີນຂະບວນປະທ້ວງ Serbia ໃນທ້າຍເດືອນ ພຶດສະພາ ຜ່ານມາ ເຮັດໃຫ້ທະຫານຮັກສາສັນຕິພາບ 30 ຄົນຖືກຮັບບາດເຈັບ. Kosovo ແມ່ນເຂດດິນແດນມີປະຊາກອນສ່ວນຫຼາຍແມ່ນຊາວ Albania ແລະ ເຄີຍເປັນແຂວງໜຶ່ງຂອງ Serbia, ແຕ່ໄດ້ຖະແຫຼງປະກາດເອກະລາດພຽງລຳພັງຝ່າຍດຽວໃນປີ 2008. ມາຮອດປະຈຸບັນ, ຊາວ Serbia ຍັງຖືນີ້ແມ່ນສ່ວນໜຶ່ງໃນດິນແດນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ