NATO ໄຂ​ການ​ຊ້ອມ​ຮົບ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ ຢູ່​ທະ​ເລ Baltic

(VOVWORLD) - Baltops 2024 ແມ່ນການຊ້ອມຮົບຄັ້ງໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ທະເລ Baltic, ໂດຍມີການເຂົ້າຮ່ວມຂອງນັກຮົບ 12.000 ຄົນ ມາຈາກ19ປະເທດສະມາຊິກ NATO.

ວັນທີ 5 ມິຖຸນາ, ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ໄຂການຊ້ອມຮົບຮ່ວມທະຫານເຮືອ Baltops 2024 ໂດຍອາເມລິກາ ນຳໜ້າຢູ່ທ່າກຳປັ່ນ Klaipeda, ວິດລາ. Baltops 2024 ແມ່ນການຊ້ອມຮົບຄັ້ງໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ທະເລ Baltic, ໂດຍມີການເຂົ້າຮ່ວມຂອງນັກຮົບ 12.000 ຄົນ ມາຈາກ19ປະເທດສະມາຊິກ NATO, ໃນນັ້ນ, ມີການເຂົ້າຮ່ວມຄັ້ງທຳອິດຂອງກອງທັບຊູແອັດ. ໃນການຊ້ອມຮົບຄັ້ງນີ້, ທ່າກຳປັ່ນ Klaipeda ຈະແມ່ນສະຖານທີ່ເຄື່ອນໄຫວຂອງກຳປັ່ນສູ້ຮົບ NATO ກ່ວາ 30ລຳ ດ້ວຍ ທະຫານເຮືອ, ທະຫານເຮືອທາງບົກ, ທະຫານເຮືອທາງອາກາດ ແລະ ບັນດາກຳລັງພິເສດອື່ນໆຂອງກອງທັບເຮືອກ່ວາ 4000. ທັງໝົດມີກຳປັ່ນສູ້ຮົບ 50 ລຳ, ເຮືອບິນການທະຫານ 25 ລຳ ແລະ ເຮີລີກອບເຕີ 60 ລຳ ເຂົ້າຮ່ວມການຊ້ອມຮົບ Baltops 2024.

ທ່ານຈອມພົນກອງທັບອາກາດ Johnny Stringer, ຮອງຜູ້ບັນຊາການກອງທັບອາກາດ NATO ຢູ່ Ramstein (ເຢຍລະມັນ) ເນັ້ນໜັກວ່າ Baltops 2024 ແມ່ນການສະແດງໃຫ້ເຫັນຄວາມສາມາດໄຫວພິບຂອງບັນດາສຳພັນທະມິດ NATO ໃນສະພາບຄວາມໝັ້ນຄົງທີ່ເຕັມໄປດ້ວຍການຜັນແປ ຜ່ານການປະຕິບັດບັນດາການເຄື່ອນໄຫວໃນຫຼາຍຂົງເຂດ ເພື່ອຮັກສາສະຖຽນລະພາບ ຢູ່ເຂດ Baltic.

ຕອບກັບ

ຂ່າວ/ບົດ​ອື່ນ