NATOຊ້ອມຮົບອາກາດ“ThracianStar”2016

NATOຊ້ອມຮົບອາກາດ“ThracianStar”2016 - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 11/07 ວົງ​ການ​ເຈົ້າ​ໜ້າທີ່ ບຸນ​ກາຣີ ປະກາດ​ວ່າ ບັນດາປະ​ເທດ​ສະມາ​ຊິກ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ລວ​ມມີ: ບຸນ​ກາຣີ, ອາ​ເມ​ລິ​ກາ, ​ເກຼັກ ​ແລະ ຣຸມານີ ​ໄດ້​ເລີ່​ມຕົ້ນ​ການ​ຊ້ອມ​ຮົບຮ່ວມ​ທາງ​ກາດ​ ​ໂດຍ​ມີ: “Thracian Star 2016” ​ໃນ​ເຂດ​ນານ​ຟ້າ ບຸນ​ກາຣີ. ຕາມ​ກອງທັບ​ອາ​ກາດ ບຸນ​ກາຣີ ​ແລ້ວ, ​ໃນ 12 ວັນ​ຊ້ອມ​ຮົບ, ​ມີເຮືອບິນ  F-15 12 ລຳ​ຂຶ້ນ​ກັບກອງ​ບິນ​ສູ້​ຮົບ​ເລກທີ 144 ຂອງ ກາລີ​ຟໍ​ເນຍ ອາ​ເມ​ລິ​ກາ ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຝຶກອົບຮົມ​ກັບ​ບັນດາ​ເຮືອບິນຂອງບຸນ​ກາຣີ, ​ເກຼັກ ​ແລະ ຣຸມາ​ນີ. ​ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ການຝຶກ​ຊ້ອມ​ແມ່ນ​ຊ່ວຍ​ກອງທັບ​ອາກາດ ບຸນ​ກາຣີ ​ເພີ່ມ​ທະວີ​ຄວາມ​ສາ​ມາດສົມ​ທົບ​ກັນ ​ເພື່ອ​ເຂົ້າ​ຮ່ວມ​ບັນດາບັ້ນ​ຮົບ​ໂດຍ NATO ອຸປະ​ກາລະ. “Thracian Star 2016” ​​ແມ່ນ​ສ່ວນ​ໜຶ່ງ​ໃນ​ຂອບ​ເຂດ​ບັນດາການ​ຊ້ອມຮົບ - ຝຶກ​ອົບຮົມ​ລວ​ມ ບຸນ​ກາຣີ - ອາ​ເມ​ລິ​ກາ ​ເຊິ່ງ​ໄດ້​ວາງ​ແຜນ​​ໃນ​ປີ 2016.

 

ຂ່າວ/ບົດ​ອື່ນ