NATOດຳເນີນການຊ້ອມຮົບຍຸດທະສາດຄັ້ງໃຫຍ່

NATOດຳເນີນການຊ້ອມຮົບຍຸດທະສາດຄັ້ງໃຫຍ່ - ảnh 1
ພາບປະກອບ:internet


(vovworld)- ​ການ​ຊ້ອມ​ຮົບ​ຍຸດ​ທະ​ສາດ​ຄັ້ງ​ໃຫຍ່​ສຸດ​ໃນ​ຮອບ​ເວລາ 10 ປີຜ່ານມາ ດຳ​ເນີນ​ໄປ​ຢູ່​ເຂດ​ດິນ​ແດນ ​ໂປ​​ໂລ​ຍ ​ແລະ 3 ປະ​ເທດ Baltic ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນາຍ​ທະຫານ​ເກືອບ 6000 ຄົນ​ທີ່​ມາ​ຈາກ 25 ປະ​ເທດ ສະມາຊິກ NATO ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄື ​ແຟງ​ລັງ, ສະ​ວິດ ​ແລະ ຢູ​​ແກຼນ. ບັນດາ​ຜູ້ຕາງຫນ້າ​ລັດ​ເຊຍ​ກໍ​ໄດ້​ຮັບ​ເຊື້ອ​ເຊີນ​ມາ​ສັງ​ເກດ​ກາ​ນຊ້ອມ​ຮົບ​ຄັ້ງນີ້. ການ​ຊ້ອມ​ຮົບ​ເພ່ືອ​ຈຸດປະສົງ​ກວດກາ​ຄວາມ​ສາມາດ​ບັນຊາ ​ແລະ ຄວບ​ຄຸມ​ກໍ​ຄື​ການ​ກະທຳ​ສົມທົບ​ລະຫວ່າງ​ກຳລັງ​ຮັບ​ມື​ຢ່າງ​ວ່ອງ​ໄວ​ຂອງ NATO ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ວິ​ກິດ​ການ​ດ້ານ​ທະຫານ ​ແລະ ຕ້ານ​ຄືນ​ທຸກ​ການ​ບຸກ​ໂຈມ​ຕີ​ຈາກ​ພາຍ​ນອກ.

ຂ່າວ/ບົດ​ອື່ນ