NATOພວມປະເຊີນໜ້າກັບບັນດາໄພນາບຂູ່ທີ່ສັບສົນ

NATOພວມປະເຊີນໜ້າກັບບັນດາໄພນາບຂູ່ທີ່ສັບສົນ - ảnh 1
(ພາບປະກອບ)

(vovworld) – ທ່ານ​ປະທານ​ສະພາ​ເສນາ​ທິການ​​ໃຫຍ່ທະຫານ​ປະສົມ​ອາ​ເມ​ລິ​ກາ, ນາຍ​ພົນ Martin Dempsey ຖະ​ແຫຼ​ງວ່າ, ບັນດາ​ປະ​ເທດ​ສະມາຊິກ NATO ພວມ​ປະ​ເຊີ​ນໜ້າ​ກັບ​ບັນດາ​ໄພ​ນາບ​ຂູ່​ທີ່​ສັບສົນ. ​ວັນ​ທີ 12/09, ບັນດາການ​ນຳ​ດ້ານ​ການ​ທະຫານ​ຂັ້ນ​ສູງ​ຂອງບັນດາ​ປະ​ເທດ​ສະມາຊິກ NATO ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນ​ອິດສຕານ​ບູນ, ປະ​ເທດ​ຕວກກີ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ນັ້ນ​ມີໜ້າ​ທີ່ໜູນ​ຊ່ວຍ​ອາບ​ກາ​ນິດ​ສຖານ, ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ NATO ​ແລະ ຍູ້​ແຮງ​ບັ້ນ​ຮົບ​ຕ້ານ​ກຸ່ມ​ລັດ​ອິດສລາມ IS ຂະ​ໜາມ​ນາມ​ເອງ. ນາຍ​ພົນ Martin Dempsey ຖື​ວ່າ, ຕວກກີ ​ໄດ້​ມີບົດ​ບາດສຳຄັນ​​ໃນການ​ຊ່ວຍ NATO ຕ້ານ IS.
ຂ່າວ/ບົດ​ອື່ນ