NatoແລະEUຮຽກຮ້ອງບັນດາຝ່າຍປະທະກັນຢູ່Macedoniaຕ້ອງລະງັບໃຈ

NatoແລະEUຮຽກຮ້ອງບັນດາຝ່າຍປະທະກັນຢູ່Macedoniaຕ້ອງລະງັບໃຈ - ảnh 1
ກຳ​ລັງຕຳ​ຫລວດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຢູ່ ນະ​ຄອ​ນ Kumanovo, Macedonia
ພາບ:baomoi.com

(vovworld)-  ​ວັນ​ທີ 10/5, ບັນ​ດາ​ການ​ນຳ​ຂອງ​ອົງ​ການ NATO ແລະ ສະ​ຫະ​ພາບ​ເອີ​ລົບ (EU)  ໄດ້​ອອກ​ສຽງ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່ ສາ​ທາ​ລະ​ນະ​ລັດ Macedonia ຈົ່ງ​ລະ​ງັບ​ໃຈ ພາ​ຍ​ຫລັງ​ເກີດ​ບັນ​ດາ​ເຫດ​ປະ​ທະ​ກັນ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ວັນ​ທີ 9/5 ລະ​ຫວ່າງ ຕຳ​ຫລວດ ແລະ ກຸ່ມ​ປະ​ກອບ​ອາ​ວຸດ​ກຸ່ມ​ຫນຶ່ງ ຢູ່ ເທດ​ສະ​ບານ Kumanovo ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 2 ຄົນ​ຖືກ​ເສຍ​ຊີ​ວິດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO Jens Stoltenberg ໄດ້​ຮຽກ​ຮ້ອງ​ການ​ນຳ ແລະ ປະ​ຊາ​ຊົນ​ປະ​ເທດນີ້ ຕ້ອງ​ຮ່ວມ​ມື​ເພື່ອ​ຟື້ນ​ຟູ​ສະ​ຖຽນ​ລະ​ພາບ​ກໍ​ຄື​ດຳ​ເນີນ​ການ​ສືບ​ສວນ​ກໍ​ລະ​ນີ​ດັ່ງ​ກ່າວ.

ສ່ວນ​ທ່ານ Johannes Hahn ຂ້າ​ຫລວງ​ໃຫຍ່​ກ່ຽວ​ກັບ​ບັນ​ຫາ​ເປີດ​ກວ້າງ​ຂອງ EU ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ ພາຍ​ຫລັງ​ເກີດ​ບັນ​ດາ​ການ​ປະ​ທະ​ກັນຢູ່ Macedonia ພ້ອມ​ທັງ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຫລິກ​ລ້ຽງການ​ປະ​ທະ​ກັນ​ປີນ​ຂັ້ນ​ໄດ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດນີ້.

ຂ່າວ/ບົດ​ອື່ນ