Nepalກໍ່ສ້າງບັນດາມໍລະດົກວັດທະນະທຳຄືນໃໝ່ພາຍເຫດຫຼັງແຜ່ນດິນໄຫວໜຶ່ງປີ

Nepalກໍ່ສ້າງບັນດາມໍລະດົກວັດທະນະທຳຄືນໃໝ່ພາຍເຫດຫຼັງແຜ່ນດິນໄຫວໜຶ່ງປີ - ảnh 1
ທ່ານນາຍົກລັດຖະມົນຕີ Nepal K. P. Sharma Oli
ອາໄລຫາບັນດາຜູ້ປະສົບເຄາະຮ້າຍຢູ່ Kathmandu
(ພາບ: THX/TTXVN)

(vovworld) - ພາຍຫຼັງ​ແຜ່ນດິນ​ໄຫວ​ດ້ວຍ​ຄວາມ​ແຮງ 7,9 ອົງສາຣິກ​ແຕ ໜຶ່ງປີ, ວັນ​ທີ 25/4, ລັດຖະບານ Nepal​ ເລີ່​ມຕົ້ນ​ການ​ກໍ່ສ້າງ​ມໍລະດົກ​ວັດທະນະທຳ​ຫຼາຍ​ແຫ່ງ​ທີ່​ຖືກ​ທຳລາຍ ຫຼື​ເປ່​ເພ​ຍ້ອນ​ໄພພິບັດ​ນີ້ຄືນ​ໃໝ່. ທ່ານ​ Sharma Oli ນາຍົກລັດຖະມົນຕີ Nepal ​ໄດ້​ວາງ​ສີ​ລາ​ລຶກ​   ເພື​່ອລົງມື​ກໍ່ສ້າງ​ກິດຈະກຳວິຫານ Anantapur, ​ເຊິ່ງ​ແມ່ນ​ວິຫານ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນມໍລະດົກ​ໂລກ. ​ໂດຍ​ນອນ​ຢູ່​ໃຈກາງ​ນະຄອນຫຼວງ, ວິຫານ​ນີ້​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ນັບ​ພັນ​ເທື່ອ​ຄົນ/ປີ, ​ແຕ່​ພັດ​ຖືກ​ທຳລາຍ​ກ້ຽງ​ພາຍຫຼັງ​ເຫດ​ແຜ່ນດິນ​ໄຫວ​ເມື່ອ​ວັນ​ທີ 25/4/2015. ຄຽງ​ຂ້າງ​ນັ້ນ, ວຽກ​ງານ​ກໍ່ສ້າງ​ຄືນ​ໃໝ່​ກໍ່​ເລີ່​ມລົງມື​ກໍ່ສ້າງ​ຢູ່​ກິດຈະກຳ​ອາ​ໄລ​ຫາ​ອື່ນ​ອີກ 4 ​ແຫ່ງ.

ຂ່າວ/ບົດ​ອື່ນ