Nicaraguaສະຫນັບສະຫນູນຫວຽດນາມປົກປັກຮັກສາອະທິປະໄຕ

Nicaraguaສະຫນັບສະຫນູນຫວຽດນາມປົກປັກຮັກສາອະທິປະໄຕ - ảnh 1
 ທ່ານປະທານາທິບໍດີ Nicaragua,Daniel Ortega


(vovworld)- ​ວັນ​ທີ 2/7, ໃນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ແນວ​​ໂຮມ​ປົດ​ປ່ອຍ​ຊາດ Sandino(FSLN) ຂອງ Nicaragua, ທ່ານ Carlos Fonseca Teran, ກຳມະການ​ກົມ​ການ​ເມືອງ, ຮອງ​ຫົວຫນ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ FSLN ປາດ​ຖະຫນາດ​ຢາກ​ເປີດ​ກວ້າງ​ການ​ພົວພັນ​ສາມັກ​ຄີ, ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - Nicaragua ກວ່າ​ອີກ. ​ເມື່ອ​ສະ​ແດງ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ້ວ​ນີ້, ທ່ານ Carlos Fonseca Teran ຢືນຢັນ​ວ່າ: ຍາມ​ໃດ Nicaragua ກໍ​ສະຫນັບສະຫນູນ​ຫວຽດນາມ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເອກະລາດ​ຂອງ​ຕົນ ​ແລະ ຖື​ວ່າ ບັນດາ​ປະ​ເທດ​ສະຫນັບສະຫນູນ​ຈຸດໝາຍ​ສັນຕິພາບ ຈະ​ສະຫນັບສະຫນູນ​ຫລັກ​ໝັ້ນ​ຂອງ​ຫວຽດນາມ. Nicaragua ປາດ​ຖະຫນາ​ວ່າ ຫວຽດນາມ ​ແລະ ຈີນ ຈະ​ແກ້​ໄຂ​ຄວາມ​ເຄ່ັງ​ຕຶງ​ຢູ່​ທະ​ເລ​ຕາ​ເວ​ັນອອກ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ.

 

ຂ່າວ/ບົດ​ອື່ນ