Nikkei Asia: ຫວຽດນາມ ດຶງດູດຫຼາຍບໍລິສັດຕ່າງປະເທດໃນຂົງເຂດເຄິ່ງຊັກນຳໄຟຟ້າ

(VOVWORLD) - ຫວຽດນາມ ໄດ້ດຶດດູດບໍລິສັດໃນຂົງເຂດເຄິ່ງຊັກນຳໄຟຟ້ານັບ 10 ແຫ່ງ ແລະ ຫຼາຍບໍລິສັດຂອງ ອາເມລິກາ ຈະລົງທຶນເຂົ້າ ຫວຽດນາມ
Nikkei Asia: ຫວຽດນາມ ດຶງດູດຫຼາຍບໍລິສັດຕ່າງປະເທດໃນຂົງເຂດເຄິ່ງຊັກນຳໄຟຟ້າ - ảnh 1ຫວຽດນາມ ໄດ້ວາງຄາດໝາຍບຳລຸງສ້າງນັກວິສາວະກອນ 50.000 ຄົນໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ
(ພາບເອກະສານ: TTXVN)

        ຕາມເວັບໄຊ asia.nikkei.com (ຍີ່ປຸ່ນ), ຫວຽດນາມ ພວມຕັ້ງໜ້າຊຸກຍູ້ຂົງເຂດຜະລິດຊິບ ດ້ວຍຄຳໝັ້ນສັນຍາຫຼຸດຜ່ອນພາສີ ແລະ ໃຫ້ບຸລິມະສິດອື່ນໆແກ່ບັນດາກຸ່ມບໍລິສັດຜະລິດເຄິ່ງຊັກນຳໄຟຟ້າ ຊ່ວຍພັດທະນາຂົງເຂດນີ້ຢູ່ພາຍໃນປະເທດ. ເວັບໄຊດັ່ງກ່າວໄດ້ຄັດສະເໜີເນື້ອໃນຂອງການຕອບສຳພາດ, ໃນນັ້ນທ່ານ ຮວິ່ງແທ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ, ລາຍການລະດັບຊາດກ່ຽວກັບການຜະລິດຊິບ ລວມມີບັນດາບ້ວງເງິນອຸປະຖຳໃຫ້ແກ່ຂະແໜງ ຜ່ານກອງທຶນວິທະຍາສາດ ແລະ ຄົ້ນຄວ້າລວມລະຫວ່າງລັດ ກັບບັນດາບໍລິສັດພາກເອກະຊົນຄື FPT.

        ທ່ານ Jose Fernandez, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ຮັບຜິດຊອບການເຕີບໂຕເສດຖະກິດ, ພະລັງງານ ແລະ ສິ່ງແວດລ້ອມ ໄດ້ເວົ້າກັບ Nikkei Asia ວ່າ, ຫວຽດນາມ ໄດ້ດຶດດູດບໍລິສັດໃນຂົງເຂດເຄິ່ງຊັກນຳໄຟຟ້ານັບ 10 ແຫ່ງ ແລະ ຫຼາຍບໍລິສັດຂອງ ອາເມລິກາ ຈະລົງທຶນເຂົ້າ ຫວຽດນາມ ຖ້າຫາກ ຫວຽດນາມ ມີພະລັງງານທົດແທນຢ່າງພຽງພໍ ເພື່ອຕອບສະໜອງເປົ້າໝາຍສີຂຽວຂອງບັນດາບໍລິສັດດັ່ງກ່າວ.

ຫວຽດນາມ ໄດ້ວາງຄາດໝາຍບຳລຸງສ້າງນັກວິສາວະກອນ 50.000 ຄົນໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າໃນປີ 2030 ໂດຍອີງໃສ່ພື້ນຖານການສຶກສາວິທະຍາສາດ ແລະ ເຕັກໂນໂລຊີທີ່ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ