Nobel 2024: ຄວາມ​ມ່ວນ​ຊື່ນ​ຂອງ ປ​ຊ​ຊ ສ.ເກົາຫຼີ ແລະ ຍີ່​ປຸ່ນ

(VOVWORLD) -  ລາງວັນ Nobel ປີ 2024 ນີ້ ໄດ້ສ້າງຂີດໝາຍຂອງ ອາຊີ ຂະນະທີ່ 2 ລາງວັນ Nobel ວັນນະຄະດີ ແລະ Nobel ສັນຕີພາບໄດ້ມອບໃຫ້ ສ.ເກົາຫຼີ ແລະ ຍີ່ປຸ່ນ.
Nobel 2024: ຄວາມ​ມ່ວນ​ຊື່ນ​ຂອງ ປ​ຊ​ຊ ສ.ເກົາຫຼີ ແລະ ຍີ່​ປຸ່ນ - ảnh 1

(ພາບ: Yonhap)

      ລາງວັນ Nobel ປີ 2024 ນີ້ ໄດ້ສ້າງຂີດໝາຍຂອງ ອາຊີ ຂະນະທີ່ 2 ລາງວັນ Nobel ວັນນະຄະດີ ແລະ Nobel ສັນຕີພາບໄດ້ມອບໃຫ້ ສ.ເກົາຫຼີ ແລະ ຍີ່ປຸ່ນ. ໝາກຜົນນີ້ ໄດ້ສ້າງຄວາມເບິກບານມ່ວນຊື່ນທີ່ສຸດໃຫ້ແກ່ ປຊຊ ສອງປະເທດ.

   ຢູ່ ສ.ເກົາຫຼີ, Han Kang ໄດ້ກາຍເປັນນັກປະພັນວັນນະຄະດີຄົນທຳອິດຂອງ ສ.ເກົາຫຼີ ກໍ່ຄື ອາຊີ ທີ່ໄດ້ຮັບລາງວັນ Nobel ວັນນະຄະດີ. ເຫດການດັ່ງກ່າວ ໄດ້ສ້າງເປັນກະແສນິຍົມປື້ມທີ່ບໍ່ເຄີຍມີມາກ່ອນ ໃນຂະແໜງຈຳໜ່າຍຂອງປະເທດນີ້.

     ໃນຂະນະນັ້ນ, ຢູ່ ຍີ່ປຸ່ນ, ພາຍຫຼັງໄດ້ຮັບຂ່າວວ່າ ລາງວັນ Nobel ສັນຕິພາບ 2024 ໄດ້ມອບໃຫ້ສະຫະພັນບັນດາອົງການຜູ້ປະສົບເຄາະຮ້າຍຈາກລະເບີດປະລະມານູ (Nihon Hidankyo), ວັນທີ 11 ຕຸລາ, ທ່ານ Tanaka Terumi, ກຳມະການຜູ້ຕາງໜ້າ Nihon Hidankyo, ໄດ້ສະແດງວ່າ:

     ນີ້ແມ່ນໝາກຜົນຂອງວິວັດການທີ່ແກ່ຍາວໃນເວລາ 20, 30 ປີທີ່ Nihon Hidankyo ໄດ້ຮຽກຮ້ອງ, ຕໍ່ສູ້ ກ່ຽວກັບການດັບສູນອາວຸດນິວເຄຼຍຢ່າງຊິ້ນເຊິງ. ອາວຸດນິວເຄຼຍບໍ່ສາມາດຄົງຕົວພ້ອມກັບມວນມະນຸດໄດ້. ພວກເຮົາມີຄວາມຜາສຸກທີ່ສຸດ ຂະນະທີ່ສະພາ Nobel ແລະ ໂລກ ໄດ້ຮັບຟັງ.

ຕອບກັບ

ຂ່າວ/ບົດ​ອື່ນ