OECD ສ້າງ​ສູນ​ພາກ​ພື້​ນທີ 5 ຢູ່ ຕວັກ​ກີ

(VOVWORLD) -ວັນທີ 22 ມັງກອນ, ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) ໄດ້ສ້າງສູນພາກພື້ນທີ 5 ຢູ່ Istanbul (ຕວັກກີ), ດ້ວຍເປົ້າໝາຍພັດທະນາການພົວພັນໃນທົ່ວພາກພື້ນ ອາຊີ - ເອີລົບ, ພາກຕາເວັນອອກກາງ ແລະ ອາຟຼິກກາເໜືອ, ເອີລົບຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ສູນ Istanbul ຂອງ OECD ຈະໜູນຊ່ວຍບັນດາປະເທດໃນພາກພື້ນ ແລະ ສ້າງ ພື້ນຖານໃຫ້ແກ່ການເຄື່ອນໄຫວຟື້ນຟູແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ພິທີເປີດນຳໃຊ້ທາງອອນລາຍ, ທ່ານ Recep Tayyip Erdogan ປະທານາທິບໍດີ ຕວັກກີ ຖືວ່າ “ພວກເຮົາໄດ້ກ້າວເຂົ້າໃກ້ກັບເປົ້າໝາຍທີ່ ນຳ Istanbul ກາຍເປັນສູນຂອງອົງການຈັດຕັ້ງສາກົນ ອີກບາດກ້າວໜຶ່ງ” . ຕາມທ່ານ Recep Tayyip Erdogan ແລ້ວ, ຜ່ານສູນ OECD ຕວັກກີສາມາດປະກອບສ່ວນໃຫ້ແກ່ວຽກງານຂອງອົງການນີ້ຢູ່ພາກພື້ນໄດ້ຢ່າງກ້ວາງແຂວງກ່ວາ. ສູນ Istanbul ຈະຮັບໃຊ້ໃຫ້ ຍຸດທະສາດ ຂອງ OECD ມຸ່ງໄປເຖິງບັນດາປະເທດຄູ່ຮ່ວມມື, ປັບປຸງການພົວພັນທາງການຄ້າ ແລະ ການລົງທຶນກັບບັນດາປະເທດທີ່ບໍ່ແມ່ນສະມາຊິກຂອງ ອົງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ