OECDກ່າວເຕືອນຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດຖ້າຫາກອັງກິດອອກຈາກອີຢູ

OECDກ່າວເຕືອນຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດຖ້າຫາກອັງກິດອອກຈາກອີຢູ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 3/3, ຮອງ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ພັດທະນາ​ເສດຖະກິດ (OECD) Strfan Kapferer ​ໄດ້​ກ່າວ​ເຕືອນ​ວ່າ ພື້ນຖານ​ເສດຖະກິດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ເວົ້າ​ລວມ ​ແລະ ພື້ນຖານ​ເສດຖະກິດ ອັງກິດ​ເວົ້າ​ສະ​ເພາະ​ ຈະ​ຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຢ່າງ​ໜັກໜ່ວງ, ຖ້າ​ຫາກ​ປະ​ເທດ​ນີ້​ອອກ​ຈາກ ອີ​ຢູ. ກ່າວ​ຄວາມ​ເຫັນ​ໃນ​ການ​​ໄປ​ປະຕິບັດ​ງານ​ເຖິງ ຮອນ​ລັງ, ທ່ານ Strfan Kapferer ຖື​ວ່າ, ​ເລື່ອງ​ຊາວ​ອັງກິດ​ຕົກລົງ​ອອກ​ຈາກ ອີ​ຢູ, ກ່ອນ​ອື່ນ​ໝົດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ທີ່​ຫຍໍ້​ທໍ້​ເຖິງ​ທ່າ​ໄດ້​ປຽບ​ຕົ້ນຕໍ ກ່ຽວ​ກັບ​ຄວາມ​ເສລີ​ດ້ານການ​ຄ້າສິນຄ້າ ​ແລະ ການ​ບໍລິການ​ຂອງ ອີ​ຢູ, ນອກ​ນັ້ນ, ຍັງ​​ເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ພື້ນຖານ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ພາຄີ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

 

ຂ່າວ/ບົດ​ອື່ນ