OIC, ລັດຖະສະພາອາຣັບ ຮຽກຮ້ອງໃຫ້ສາກົນຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) -ພາຍຫຼັງການປາບປາມເຊິ່ງກອງທັບອິດສະຣາແອນ ດຳເນີນສຳລັບບັນດາຜູ້ແຫ່ຂະບວນປະທ້ວງປາແລດສະຕິນ ຢູ່ເຂດກາຊາ

OIC, ລັດຖະສະພາອາຣັບ ຮຽກຮ້ອງໃຫ້ສາກົນຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ - ảnh 1 OIC, ລັດຖະສະພາອາຣັບ ຮຽກຮ້ອງໃຫ້ສາກົນຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(ພາບ: AFP/Getty Images)

ວັນທີ 31 ມີນາ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ອອກສຽງກ່າວປະນາມການກະທຳດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.

        ທ່ານເລຂາທິການໃຫຍ່ອົງການຮ່ວມມືອິດສະລາມ (OIC) Yousef Al Othaimeen ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ແຊກແຊງໂດຍທັນທີ ເພື່ອຢຸດຕິສະພາບໃຊ້ຄວາມຮຸນແຮງດັ່ງກ່າວ; ພ້ອມທັງສະເໜີໃຫ້ປະຊາຄົມສາກົນປົກປ້ອງປະຊາຊົນປາແລດສະຕິນ ແລະ ກໍ່ກຳລັງດັ່ນບັງຄັບໃຫ້ອິດສະຣາແອນ ເຄົາລົບບັນດາຄຳໝັ້ນສັນຍາທີ່ເໝາະສົມກັບສົນທິສັນຍາ ແລະ ກົດໝາຍສາກົນກ່ຽວກັບບັນຫາມະນຸດສະທຳ.

        ແລະກໍຄ້າຍຄືກັນ, ລັດຖະສະພາອາຣັບ ກໍຕຳໜິຕິຕຽນບັນດາເຫດປາບປາມຂອງກອງທັບອິດສະຣາແອນ. ທ່ານປະທານລັດຖະສະພາອາຣັບ Mashaal bin Fahm al Salami ເນັ້ນໜັກວ່າ ການກະທຳຂອງອິດສະຣາແອນ ແມ່ນ “ການລະເມີດກົດໝາຍສາກົນຢ່າງຮ້າຍແຮງ ກໍຄືກົດໝາຍວ່າດ້ວຍມະນຸດສະທຳສາກົນ”.

        ຢູ່ເອີລົບ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີລົບ ທ່ານນາງ Federica Mogherini ຮຽກຮ້ອງເປີດການສືບສວນເອກະລາດກ່ຽວກັບເລື່ອງກອງທັບອິດສະຣາແອນ ນຳໃຊ້ປືນແທ້ໃນບັນດາເຫດປະທະກັນຢູ່ເຂດກາຊາ ເຮັດໃຫ້ຊາວປາແລດສະຕິນ 16 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ