OIF ບຳລຸງສ້າງກ່ຽວກັບ ການເຈລະຈາສາກົນ ໃຫ້ແກ່ພະນັກງານ ການທູດ, ລັດຖະກອນຫວຽດນາມ

OIF ບຳລຸງສ້າງກ່ຽວກັບ ການເຈລະຈາສາກົນ ໃຫ້ແກ່ພະນັກງານ ການທູດ, ລັດຖະກອນຫວຽດນາມ - ảnh 1
ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນງອກເຊີນ ກ່າວຄຳເຫັນທີ່ພິທີໄຂຊຸດຮຽນ
(ພາບ: tgvn.com.vn)

(vovworld) – ​ ຊຸດບຳລຸງ​ສ້າງ​ດ້ວຍ​ພາສາ ຝຣັ່ງ​ ​2 ຊຸດເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ ​ແລະ ການ​ເຈລະຈາ​ສາກົນ​ໄດ້​ຮັບ​ການຈັດ​ຕັ້ງ​​ໃຫ້​ບັນດາ​ພະນັກ​ງານ ​ແລະ ລັດຖະກອນ​ການ​ທູດ​ຂອງ ຫວຽດນາມ, ​ແຕ່​ວັນ​ທີ 27/8 ຮອດ​ວັນ​ທີ 5/9. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​​ໄລຍະຍາວ​​ຂອງ​ອົງການ​ພາສາ​ຝຣັ່ງສາກົນ (OIF) ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ນຳ​ໃຊ້​ພາ​ສາ ຝຮັ່ງ - ​ເຊິ່ງ​ແມ່ນ​ພາສາ​​ທາງ​ການ​ຂອງ 32 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ນຳ​ໃຊ້​ພາສາ ຝຣັ່ງ ​ແລະ ​ແມ່ນ​ພາສາ​ທີ່​ສະຫະ​ປະຊາ​ຊາດ​ນຳ​ໃຊ້​ໃນ​ການ​ເຮັດ​ວຽກ​ຢ່າງ​ເປັນ​ທາງ​ການ. ບັນດາ​ຊຸດ​ຮຽນ​ນີ້​ກໍ່​​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ, ​ໃນ​ສະພາບ​ການ ຫວຽດນາມ ພວມ​ເຊື່ອມ​ໂຍງຢ່າງ​ແຮງ​​ເຂົ້າ​ກັບ​ໂລກ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ 2 ຊຸດ​ຮຽນ​ນີ້​ແມ່ນ​ທັກ​ສະ​ເຈລະຈາ​ສາກົນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. 2 ຊຸດ​ຮຽນ​ນີ້​ຈະ​ປະກອບສ່ວນ​ຊ່ວຍ​​ໃຫ້​ຜູ້​ເຂົ້າຮຽນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ເຈລະຈາ​ສາກົນ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສາກົນ​ໃຫຍ່​ໃນ​ສະພາບ​ແວດ​ລ້ອມ​ໂລກ​ທີ່ມີ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ສີ. ຍາມ​ໃດ ຫວຽດນາມ ກໍ່​​ໄດ້​ຮັບ​ການຕີ​ລາຄາ​ສູງ​​ໃນການ​ເຂົ້າ​ຮ່ວມ​​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມຂອງ​ອົງການ​ພາສາ ຝຣັ່ງ ສາກົນ ກໍ່​ຄື​ບັນດາ​ໂຄງການ​ພັດທະນາ​ພາສາ ຝຣັ່ງ ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ກຸ່ມ ພາ​ສາ ຝຣັ່ງ ລວມມີ 57 ປ​ະ​ເທດ ​ແລະ ລັດຖະບານ​ປະ​ເທດ​ສະມາຊິກພ້ອມ​ກັບ​ 20 ປະ​ເທດສັງ​ເກດ​ການ.

 

ຂ່າວ/ບົດ​ອື່ນ