Olympic 2024: ຈີນ​ຮັກ​ສາ​ອັນ​ດັບ​ທີ 1 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບຫຼຽນ​ກາ

(VOVWORLD) - ຄະນະນັກກິລາຈີນ ພວມຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນກາ Olympic 2024 ດ້ວຍຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ

ໄລ່ຮອດເວລາ 3 ໂມງເຊົ້າ (ໃນວັນທີ 1 ສິງຫາ, ຕາມເວລາ ຫວຽດນາມ), ຄະນະນັກກິລາຈີນ ພວມຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນກາ Olympic 2024 ດ້ວຍຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ; ຢືນອັນດັບທີ 2 ແມ່ນຄະນະນັກກິລາ ຍີ່ປຸ່ນ ດ້ວຍຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 3 ຫຼຽນ ແລະ ຫຼຽນທອງ 4 ຫຼຽນ; ປະເທດເຈົ້າພາບ ຝລັ່ງຢືນອັນດັບທີ 3 ດ້ວຍຫຼຽນຄຳ 7 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 8 ຫຼຽນ; ຖັດຈາກນັ້ນແມ່ນຄະນະນັກກິລາ ອົດສະຕາລີ, ອັງກິດ, ສ.ເກົາຫຼີ, ອາເມລິກາ, ອີຕາລີ, ການາດາ ແລະ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ