Olympic 2024: ບັນ​ດາ​ນັກ​ກິ​ລາ ຫວຽດ​ນາມ ກ່ຽມ​ພ້ອມ​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສູງ

(VOVWORLD) - ສະມາຊິກຄະນະນັກກິລາ ຫວຽດນາມ 23 ຄົນ, ໃນນັ້ນ,  ມີນັກກິລາ 11 ຄົນ ໄດ້ມີໜ້າຢູ່ບ້ານນັກກິລາ Olympic 2024.
Olympic 2024: ບັນ​ດາ​ນັກ​ກິ​ລາ ຫວຽດ​ນາມ ກ່ຽມ​ພ້ອມ​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສູງ - ảnh 1

(ພາບ: TTXVN)

   ໄລ່ຮອດວັນທີ 22 ກໍລະກົດ (ຕາມເວລາ ຫວຽດນາມ), ມີສະມາຊິກຄະນະນັກກິລາ ຫວຽດນາມ 23 ຄົນ, ໃນນັ້ນ,  ມີນັກກິລາ 11 ຄົນ ໄດ້ມີໜ້າຢູ່ບ້ານນັກກິລາ Olympic 2024.  ນັກກິລາ ຫງວຽນທິເທິດ ແລະ ຄູຝຶກ ຮິງວັນແຈັງ ຂອງທິມຊາດລົດຖີບ ແມ່ນຜູ້ມາໃໝ່ ໃນວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ). ກ່ອນໜ້ານັ້ນ ບັນດາທິມຊາດຍິງທະນູ, judo, rowing, ຕີມວຍ, ຍິງປືນ ແລະ ຕີດອກປີກໄກ່ກໍ່ໄດ້ມາຮອດດ້ວຍຄວາມປອດໄພແລ້ວ.

  ພິທີໄຂງານມະຫາກຳກິລາ Olympic Paris 2024 ຈະຈັດຂຶ້ນໃນແມ່ນ້ຳ Seine ໃນເວລາ 19 ໂມງ 30 ນາທີຂອງວັນທີ 26 ກໍລະກົດ (ຕາມເວລາທ້ອງຖິ່ນ) ກົງກັບ 0 ໂມງ 30 ນາທີຂອງວັນທີ 27 ກໍລະກົດ (ຕາມເວລາ ຫວຽດນາມ). ຄະນະນັກກິລາ ຫວຽດນາມ ຈະເຂົ້າຮ່ວມພິທີໄຂດ້ວຍ 10 ຄົນ. 2 ນັກກິລາໄດ້ຄັດເລືອກຈັບຄັນທຸງທີ່ພິທີໄຂ ແມ່ນນັກກິລາ ເລດຶກຟາດ (ຕີດອກປີກໄກ່) ແລະ ຫງວຽນທິເທິດ (ແຂ່ງລົດຖີບ)

ຕອບກັບ

ຂ່າວ/ບົດ​ອື່ນ