Olympic Paris 2024 ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ລາຍ​ການ​ແຫ່​ທວນ​ໄຟ

(VOVWORLD) - ວັນທີ 30 ພຶດສະພາ, ຄະນະຈັດຕັ້ງງານ Olympic Paris 2024 ໄດ້ແຈ້ງໃຫ້ຊາບວ່າ ຈະມີຜູ້ເຂົ້າຮ່ວມພິທີແຫ່ທວນໄຟ Olympic ປະມານ 10.000 ຄົນ ຜ່ານ 60 ສະຖານທີ່ຂອງປະເທດນີ້.


ພາຍຫຼັງພິທີແຫ່ຄົບເພີງຈາກສະຖານທີ່ມູນເຊື້ອຢູ່ ເກຼັກ, ທວນໄຟຈະໄດ້ສົ່ງຂ້າມທະເລໄປຍັງນະຄອນທ່າກ່ຳປັ່ນ Mareille ດ້ວຍກຳປັ່ນ ໃນວັນທີ 8 ພຶດສະພາ 2028. ຈາກນັ້ນ, ທວນໄຟ Olympic ຈະໄດ້ແຫ່ຜ່ານຫຼາຍສະຖານທີ່ຢູ່ ຝລັ່ງ ແລະ ໄປຍັງນະຄອນຫຼວງ ປາຣີ ດ້ວຍການກະກຽມໃຫ້ແກ່ Olympic Paris 2024 ໃນວັນທີ 26 ກໍລະກົດ 2024.

ປັດຈຸບັນ, ມີຫຼາຍຂໍ້ມູນໂດຍຖືວ່າ ທວນໄຟ ຈະຖືກຕັ້ງຢູ່ທາດ Eiffel, ແຕ່ທ່ານປະທານຄະນະກຳມະການຈັດຕັ້ງ Olympic Paris 2024 Tony Estanguet ໃຫ້ຮູ້ວ່າ ສະຖານທີ່ສຸດທ້າຍ ແມ່ນຍັງບໍ່ທັນກຳນົດໄດ້ເທື່ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ