Olympic ໜຸ່ມ 2018: ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຄວ້າໄດ້ຫຼຽນຄຳທີ 2 ໃຫ້ແກ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ (ຕາມເວລາຫວຽດນາມ) ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຂອງຫວຽດນາມ ໄດ້ລອຍແຊງໜ້າຄູ່ແຂ່ງຫຼາຍຄົນເພື່ອຄວ້າໄດ້ຫຼຽນຄຳ ໃນການແຂ່ງຂັນລອຍນ້ຳຊາຍເສລີ 800ມ ຢູ່ Olympic ໜຸ່ມລະດູແລ້ງ Buenos Aires 2018 ພວມດຳເນີນຢູ່ອາກຊັງຕິນ

Olympic ໜຸ່ມ 2018: ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຄວ້າໄດ້ຫຼຽນຄຳທີ 2 ໃຫ້ແກ່ຫວຽດນາມ - ảnh 1ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຂອງຫວຽດນາມ

(ພາບ: webthethao.vn)

ພ້ອມທັງທຳລາຍສະຖິຕິແຫ່ງຊາດໂດຍ ຫງວຽນຮຸຍຮ່ວາງ ສ້າງຂຶ້ນມາເອງ. ນີ້ແມ່ນຫຼຽນຄຳທີ 2 ຂອງຄະນະນັກກິລາຫວຽດນາມ ທີ່ Olympic ໜຸ່ມ 2018 ແລະ ແມ່ນຫຼຽນຄຳທຳອິດໃນປະເພດກິລາລອຍນ້ຳ. ກ່ອນໜ້ານັ້ນ, ນັກກິລາຍົກນຳໜັກ ໂງເຊີນດິ່ງ ກໍ່ຄວ້າໄດ້ຫຼຽນຄຳ 1 ຫຼຽນ ແລະ  ຫງວຽນທິທູຈາງ ຄວ້າໄດ້ຫຼຽນເງິນ 1 ຫຼຽນ ມາໃຫ້ທິມນັກກິລາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ