OPEC ຄາດ​ຄະ​ເນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ໃນ​ປີ 2022

(VOVWORLD) -ຄວາມຕ້ອງການນ້ຳມັນທົ່ວໂລກ ໃນປີ 2021 ຈະເພີ່ມຂຶ້ນຕື່ມອີກ 5,7 ລ້ານ ຖັງ/ວັນ, ຕ່ຳກວ່າ 160.000 ຖັງ/ວັນ ເມື່ອທຽບກັບໄລຍະຄາດຄະເນກ່ອນໜ້ານັ້ນ. 
OPEC ຄາດ​ຄະ​ເນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ໃນ​ປີ 2022 - ảnh 1ຮາກຖານຂຸດຄົ້ນນ້ຳມັນແຫ່ງໜຶ່ງ ຢູ່ອີຣານ (ພາບ: IRNA/TTXVN)

ບົດລາຍງານເດືອນພະຈິກ ຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຮັກສາການຄາດຄະເນກ່ຽວກັບການເຕີບໂຕຄວາມຕ້ອງການນ້ຳມັນໃນ ປີ 2022 ຢູ່ລະດັບປະມານ 4,2 ລ້ານຖັງ/ວັນໄວ້ຄືເກົ່າ. ຕາມບົດລາຍງານແລ້ວ, ຄວາມຕ້ອງການນ້ຳມັນໃນປີ 2022 ອາດຈະບັນລຸ 100,6 ລ້ານ ຖັງ/ວັນ, ສູງກ່ວາ 0,5 ລ້ານຖັງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ບັນດາປະເທດເອີລົບ ທີ່ຂຶ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຈະມີລະດັບຊົມໃຊ້ສູງກ່ວາອີກ, ໃນຂະນະທີ່ຄວາມຕ້ອງການນ້ຳມັນຂອງ ອາເມລິກາ ຈະຊ້າລົງ.

ຄວາມຕ້ອງການນ້ຳມັນທົ່ວໂລກ ໃນປີ 2021 ຈະເພີ່ມຂຶ້ນຕື່ມອີກ 5,7 ລ້ານ ຖັງ/ວັນ, ຕ່ຳກວ່າ 160.000 ຖັງ/ວັນ ເມື່ອທຽບກັບໄລຍະຄາດຄະເນກ່ອນໜ້ານັ້ນ. ເລື່ອງ ຫຼຸດການຄາດຄະເນ ຄວາມຕ້ອງການນ້ຳມັນ ແມ່ນຍ້ອນ “ລະດັບນຳໃຊ້ຢູ່ ຈີນ ແລະ ອິນເດຍ ຫຼຸດລົງໃນໄຕມາດທີ III/2021”. ປັດຈຸບັນຄວາມຕ້ອງການນ້ຳມັນ ທົ່ວໂລກໃນປີ 2021 ແມ່ນ 96,4 ລ້ານຖັງ/ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ