OPEC+ ຈະອີງໃສ່ສະພາບການຕະຫຼາດເພື່ອຍົກອອກຄຳຕັດສິນກ່ຽວກັບປະລິມານການຜະລິດນ້ຳມັນ

(VOVWORLD) -  ຕາມທ່ານ Saadoun Mohsen ແລ້ວ, ຂໍ້ຕົກລົງຂອງ OPEC+ ທີ່ກອງປະຊຸມໃນເດືອນຕຸລາຜ່ານມາ, ເລື່ອງຫລຸດຜ່ອນປະລິມານການຜະລິດນ້ຳມັນ 2 ລ້ານຖັນ/ວັນ...

ຄາດວ່າ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ຄູ່ຮ່ວມມື (OPEC+) ຈະສືບຕໍ່ພິຈາລະນາບັນດາເຄື່ອນໄຂເພື່ອສ້າງຄວາມດຸ່ນດຽງຕະຫຼາດນ້ຳມັນໂລກທີ່ກອງປະຊຸມຈະຈັດຂຶ້ນໃນເດືອນທັນວາ ຈະມາເຖິງ. ນີ້ແມ່ນຂໍ້ມູນຂ່າວສານໂດຍທ່ານ Saadoun Mohsen, ເຈົ້າໜ້າທີ່ຂັ້ນສູງໃນຄະນະປະຕິບັດງານຂອງ ອີຣັກ ທີ່ OPEC ຍົກອອກມາໃນວັນທີ 26 ພະຈິກ.

          ຕາມທ່ານ Saadoun Mohsen ແລ້ວ, ຂໍ້ຕົກລົງຂອງ OPEC+ ທີ່ກອງປະຊຸມໃນເດືອນຕຸລາຜ່ານມາ, ເລື່ອງຫລຸດຜ່ອນປະລິມານການຜະລິດນ້ຳມັນ 2 ລ້ານຖັນ/ວັນ (ເລີ່ມແຕ່ເດືອນ ພະຈິກ), ໄດ້ສວມບົດບາດສຳຄັນເພື່ອແນໃສ່ຮັກສາຄວາມເປັນປົກກະຕິຂອງຕະຫຼາດນ້ຳມັນໂລກ.

          ຄາດວ່າ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ຄູ່ຮ່ວມມືຈະໂຮມປະຊຸມຄັ້ງຕໍ່ໄປຢູ່ວຽນ, ປະເທດ ໂອຕຣິດ ໃນວັນທີ 4 ທັນວາ ຈະມາເຖິງ. ຕາມທ່ານ Saadoun Mohsen ແລ້ວ, ອີຣັກ ຄາດຄະເນວ່າ ລາຄານ້ຳມັນດິບຈະຢູ່ໃນລະດັບຕ່ຳສຸດແມ່ນ 85 – 95 USD/ ຖັງໃນປີໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ