OPEC ຍົກ​ປະ​ລິ​ມານ​ແຫຼ່ງ​ສະ​ໜອງ​ຂອງ 7 ປະ​ເທດ ສະ​ມາ​ຊິກ

(VOVWORLD) -ໃນເດືອນກໍລະກົດຜ່ານມາ ໄດ້ເພີ່ມຂຶ້ນ 216.000 ຖັງຕໍ່ວັນ ເມື່ອທຽບໃສ່ເດືອນກ່ອນ, ເຊິ່ງບັນລຸ 28,896 ລ້ານຖັງ ຕໍ່ວັນ, ຍ້ອນແຫຼ່ງສະໜອງໄດ້ເພີ່ມຂຶ້ນຢູ່ 7 ປະເທດສະມາຊິກ, ລວມມີ ອີຣັກ, ອາຣັບບີ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ (UAE), ກູເວດ, ກາບົນ, ກີເນ ອີກົວຕໍຣີ ແລະ ນີເຊເຣຍ.
OPEC ຍົກ​ປະ​ລິ​ມານ​ແຫຼ່ງ​ສະ​ໜອງ​ຂອງ 7 ປະ​ເທດ ສະ​ມາ​ຊິກ - ảnh 1ຮາກຖານກັ່ນຕອງນ້ຳມັນ ຢູ່ ອີຣັກ (ພາບ: AFP/TTXVN)

ສຳນັກຂ່າວສານ INA ຂອງ ອີຣັກ ໄດ້ຄັດສະເໜີບົດລາຍງານປະຈຳເດືອນທີ່ຫາກໍປະກາດຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໃຫ້ຮູ້ວ່າ, OPEC ໄດ້ຍົກປະລິມານແຫຼ່ງສະໜອງນ້ຳມັນດິບໃນເດືອນ ກໍລະກົດ ຜ່ານມາ ຂອງ 7 ປະເທດ ສະມາຊິກ.

ບົດລາຍງານຂອງ OPEC ໃຫ້ຮູ້ວ່າ ປະລິມານນ້ຳມັນຂອງ 13 ປະເທດສະມາຊິກໃນກຸ່ມນີ້ ໃນເດືອນກໍລະກົດຜ່ານມາ ໄດ້ເພີ່ມຂຶ້ນ 216.000 ຖັງຕໍ່ວັນ ເມື່ອທຽບໃສ່ເດືອນກ່ອນ, ເຊິ່ງບັນລຸ 28,896 ລ້ານຖັງ ຕໍ່ວັນ, ຍ້ອນແຫຼ່ງສະໜອງໄດ້ເພີ່ມຂຶ້ນຢູ່ 7 ປະເທດສະມາຊິກ, ລວມມີ ອີຣັກ, ອາຣັບບີ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ (UAE), ກູເວດ, ກາບົນ, ກີເນ ອີກົວຕໍຣີ ແລະ ນີເຊເຣຍ.

ຕອບກັບ

ຂ່າວ/ບົດ​ອື່ນ