OPEC + ພິ​ຈາ​ລະ​ນາ​ການຫຼຸດ​ປະ​ລິ​ມານການ​ຜະ​ລິດ​​ນ້ຳ​ມັນ​ລົງ​ຢ່າງ​ແຮງ

(VOVWORLD) -ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາປະເທດຄູ່ຮ່ວມມື (OPEC+) ຈະພິຈາລະນາຫຼຸດຜ່ອນປະລິມານການຜະລິດນ້ຳມັນບໍ່ໃຫ້ຢູ່ໃນລະດັບກວ່າ 1 ລ້ານຖັງຕໍ່ວັນໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 5 ຕຸລາ ຈະມາເຖິງ.
OPEC + ພິ​ຈາ​ລະ​ນາ​ການຫຼຸດ​ປະ​ລິ​ມານການ​ຜະ​ລິດ​​ນ້ຳ​ມັນ​ລົງ​ຢ່າງ​ແຮງ - ảnh 1(ພາບປະກອບ: Shutterstock)

ຕາມແຜນການແລ້ວ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາປະເທດຄູ່ຮ່ວມມື (OPEC+) ຈະພິຈາລະນາຫຼຸດຜ່ອນປະລິມານການຜະລິດນ້ຳມັນບໍ່ໃຫ້ຢູ່ໃນລະດັບກວ່າ 1 ລ້ານຖັງຕໍ່ວັນໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 5 ຕຸລາ ຈະມາເຖິງ. ການຫຼຸດປະລິມານນ້ຳມັນນີ້ແມ່ນສູງກວ່າລະດັບຄາດຄະເນ 5 ແສນຫາ 1 ລ້ານຖັງຕໍ່ວັນ ເຊິ່ງໄດ້ຍົກອອກມາໃນອາທິດແລ້ວນີ້.

ກອງປະຊຸມຈະຈັດຂຶ້ນຢູ່ນະຄອນຫຼວງ ວຽນ ຂອງ ໂອຕາລິດ ແມ່ນກອງປະຊຸມເຊິ່ງໜ້າຄັ້ງທຳອິດຂອງ OPEC +  ນັບແຕ່ເມື່ອບັນດາມາດຕະການຈຳກັດກ່ຽວກັບໂລກລະບາດໂຄວິດ - 19 ຖືກຈັດວາງໃນປີ 2020. ກອງປະຊຸມຖືກດໍາເນີນໃນສະພາບທີ່ນັບມື້ນັບມີຫຼາຍແຫຼ່ງຂ່າວທີ່ຖືວ່າ OPEC + ຈະຫຼຸດປະລິມານນ້ຳມັນລົງຢ່າງແຮງ ຍ້ອນມີຄວາມວິຕົກກັງວົນຕໍ່ສະພາບເສດຖະກິດຊຸດໂຊມ ຈະສົ່ງຜົນກະທົບຕໍ່ຄວາມຕ້ອງການນ້ຳໃຊ້ນ້ຳມັນ. ປັດຈຸບັນ, ລາຄານ້ຳມັນໃນໂລກໄດ້ຫຼຸດລົງເຫຼືອພຽງປະມານ 80 USDຕໍ່ຖັງ, ພາຍຫຼັງຮັກສາລະດັບລາຄາກວ່າ 100 USD ຕໍ່ຖັງມາເປັນເວລາຫຼາຍເດືອນ.


ຕອບກັບ

ຂ່າວ/ບົດ​ອື່ນ