OPEC ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ ​ທົ່ວ​ໂລກໃນ​ປີ 2024

(VOVWORLD) - OPEC ໄດ້ຍົກອອກການຕີລາຄາທີ່ປະເອີບໃຈດັ່ງກ່າວເມືອ ລາຄານ້ຳມັນທົ່ວໂລກໄດ້ຢັ້ງຢືນວ່າຢູ່ລະດັບສູງທີ່ສຸດນັບແຕ່ເດືອນມັງກອນປີ 2023 ມາຮອດປັດຈຸບັນ.
OPEC ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ ​ທົ່ວ​ໂລກໃນ​ປີ 2024 - ảnh 1ພາບປະກອບ: AFP/TTXVN

ໜັງສືພິມ Arab News ຂອງ ອາຣັບບິ ຊາອຸດິດ ສະບັບອອກໃນວັນທີ 10 ສິງຫາ ໄດ້ຄັດສະເໜີບົດລາຍງານປະຈຳເດືອນສະບັບຫຼ້າສຸດ ຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໂດຍໃຫ້ຂໍ້ສັງເກດວ່າ ຕະຫຼາດນ້ຳມັນຂອງໂລກ ຈະດີຂຶ້ນໃນ 6 ເດືອນທ້າຍປີ 2023 ແລະ ຄວາມຕ້ອງການນ້ຳມັນໃນທົ່ວໂລກ ຈະເພີ່ມຂຶ້ນຢ່າງແຮງໃນປີ 2024 ເມື່ອແງ່ຫວັງການເຕີບໂຕດ້ານເສດຖະກິດໂລກ ໄດ້ຮັບການປັບປຸງດີຂຶ້ນ.

OPEC ໄດ້ຍົກອອກການຕີລາຄາທີ່ປະເອີບໃຈດັ່ງກ່າວເມືອ ລາຄານ້ຳມັນທົ່ວໂລກໄດ້ຢັ້ງຢືນວ່າຢູ່ລະດັບສູງທີ່ສຸດນັບແຕ່ເດືອນມັງກອນປີ 2023 ມາຮອດປັດຈຸບັນ, ໃນນັ້ນລາຄານ້ຳມັນ Brent ໄດ້ຮັບການຄ້າຂາຍໃນລະດັບ 88 USD/ຖັງໃນການແລກປ່ຽນຄ້າຂາຍຂອງວັນທີ 10 ສິງຫາ. ແຫຼ່ງສະໜອງທີ່ຮັດແໜ້ນ ໄດ້ສ້າງກຳລັງໜູນໃຫ້ລາຄານ້ຳມັນເພີ່ມຂຶ້ນ. ບົດລາຍງານຂອງ OPEC ກໍ່ສະແດງໃຫ້ເຫັນປະລິມານນ້ຳມັນຂອງOPEC ໃນເດືອນ ກໍລະກົດທີ່ຜ່ານມາໄດ້ຫຼຸດລົງຢ່າງແຮງ ພາຍຫຼັງ ອາຣັບບິ ຊາອຸດິ ປະຕິບັດຄຳໝັ້ນສັນຍາ ຫຼຸດຜ່ອນລົງປະລິມານດ້ວຍຄວາມສະໝັກໃຈ ປະມານ 1 ລ້ານຖັງ/ວັນ. ຫວ່າງແລ້ວນີ້, ອາຣັບບິ ຊາອຸດິ ໄດ້ປະກາດຈະສືບຕໍ່ການກະທຳນີ້ໃນເດືອນກັນຍາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ