OPEC ສົ່ງເສີມການແຕ່ງຕັ້ງເລຂາທິການໃຫຍ່ຄົນໃໝ່

(VOVWORLD) -ຜູ້ສະໝັກເລືອກຕັ້ງຊາວ ຄູເວດ, ທ່ານ Haitham al Ghais ພວມແມ່ນຜູ້ໜຶ່ງດ່ຽວໄດ້ຮັບການຊັ່ງຊາຄັດເລືອກດຳລົງຕຳແໜ່ງເລຂາທິການໃຫຍ່ OPEC ໄລຍະ ຈະມາເຖິງ

ລັດຖະມົນຕີບັນດາປະເທດສະມາຊິກຂອງອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຈັດກອງປະຊຸມໃນວັນທີ 03 ມັງກອນ ເພື່ອປຶກສາຫາລືກ່ຽວກັບການແຕ່ງຕັ້ງການນຳຄົນໃໝ່.

        ຜູ້ສະໝັກເລືອກຕັ້ງຊາວ ຄູເວດ, ທ່ານ Haitham al Ghais ພວມແມ່ນຜູ້ໜຶ່ງດ່ຽວໄດ້ຮັບການຊັ່ງຊາຄັດເລືອກດຳລົງຕຳແໜ່ງເລຂາທິການໃຫຍ່ OPEC ໄລຍະ ຈະມາເຖິງ ແລະ ໄດ້ຮັບການຕີລາຄາວ່າ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກບັນດາສະມາຊິກໃນກຸ່ມ. ທ່ານ Haitham al Ghais ໄດ້ລາອອກຈາກຕຳແໜ່ງຜູ້ຕາງໜ້າ ຄູເວດ ໃນ OPEC ເມື່ອເດືອນ ມິຖຸນາ 2021 ແລະ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງຮອງຫົວໜ້າຜູ້ຮັບຜິດຊອບການສຳຜັດຕະຫຼາດສາກົນຂອງກຸ່ມບໍລິສັດນ້ຳມັນເຊື້ອໄຟ ຄູເວດ ຂຶ້ນກັບລັດ (KPC).

        ເລຂາທິການໃຫຍ່ຄົນປະຈຸບັນແມ່ນທ່ານ Mohamad Barkido, ຊາວ ນີເຊເຣຍ, ຄາດວ່າຈະໝົດອາຍຸການ 3 ປີສະໄໝທີ 2 ໃນເດືອນ ກໍລະກົດ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ