OPEC+ ສືບຕໍ່ຫລຸດຜ່ອນປະລິມານນ້ຳມັນ

(VOVWORLD) -OPEC ກໍ່ໃຫ້ຮູ້ວ່າ: ບັນດາປະເທດອື່ນ, ໃນນັ້ນມີ ອາຣັບບິ ຊະອຸດິ ຈະສືບຕໍ່ຫລຸດຜ່ອນປະລິມານນ້ຳມັນຕື່ມອີກ. ສິ່ງດັ່ງກ່າວ ມີຄວາມໝາຍຄືຍອດປະລິມານນ້ຳມັນຖືກຫລຸດຜ່ອນ ອາດຈະຂຶ້ນເຖິງ 2,1 ລ້ານຖັງ/ວັນ.
OPEC+ ສືບຕໍ່ຫລຸດຜ່ອນປະລິມານນ້ຳມັນ - ảnh 1 OPEC+ ສືບຕໍ່ຫລຸດຜ່ອນປະລິມານນ້ຳມັນ (ພາບ: AFP/TTXVN)

ວັນທີ 06 ທັນວາ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ແລະ ບັນດາບໍລິສັດຜະລິດນ້ຳມັນບໍ່ຂຶ້ນກັບ OPEC, ເອີ້ນວ່າ OPEC+ ໄດ້ເຫັນດີເປັນເອກະພາບຫລຸດຜ່ອນປະລິມານນ້ຳມັນຕື່ມອີກ 500.000 ຖັງ/ວັນ. ຕາມຖະແຫຼງການພາຍຫລັງກອງປະຊຸມ, ບັນດາລັດຖະມົນຕີໂຮມປະຊຸມຢູ່ສຳນັກງານຂອງ OPEC ຢູ່ ວຽນ (ປະເທດ ໂອຕາລິດ) ໄດ້ເຫັນດີເປັນເອກະພາບຕໍ່ການຕັດສິນໃຈດັ່ງກ່າວຈະມີຜົນສັກສິດເລີ່ມແຕ່ວັນທີ 01 ມັງກອນ 2020. ດ້ວຍການຕັດສິນໃຈນີ້, ປະລິມານນ້ຳມັນຜະລິດໃໝ່ແມ່ນຕ່ຳກ່ວາ 1,7 ລ້ານຖັງ/ວັນ ເມື່ອທຽບໃສ່ປະລິມານຂອງເດືອນ ຕຸລາ 2018.

        OPEC ກໍ່ໃຫ້ຮູ້ວ່າ: ບັນດາປະເທດອື່ນ, ໃນນັ້ນມີ ອາຣັບບິ ຊະອຸດິ ຈະສືບຕໍ່ຫລຸດຜ່ອນປະລິມານນ້ຳມັນຕື່ມອີກ. ສິ່ງດັ່ງກ່າວ ມີຄວາມໝາຍຄືຍອດປະລິມານນ້ຳມັນຖືກຫລຸດຜ່ອນ ອາດຈະຂຶ້ນເຖິງ 2,1 ລ້ານຖັງ/ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ