OPEC ຮັກ​ສາ​ອັດ​ຕາ​ຄາດຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ທົ່ວ​ໂລກ​ປີ 2023 ແລະ 2024

(VOVWORLD) -  ຄວາມຕ້ອງການນ້ຳມັນດິບທົ່ວໂລກຈະເພີ່ມຂຶ້ນ 2,25 ລ້ານຖັງ/ວັນ ໃນປີຈະມາເຖິງ, ໃນຂະນະນັ້ນ, ອັດຕາຄາດຄະເນໃນປີນີ້ເພີ່ມຂຶ້ນ 2,44 ລ້ານຖັງຕໍ່ວັນ.
OPEC ຮັກ​ສາ​ອັດ​ຕາ​ຄາດຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ທົ່ວ​ໂລກ​ປີ 2023 ແລະ 2024 - ảnh 1ສາງເກັບນໍ້າມັນຢູ່ Carson, ລັດ California,  ອາເມລິກາ (ພາບ: AFP/TTXVN)

ໃນບົດລາຍງານຫຼ້າສຸດ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຮັກສາອັດຕາຄາດຄະເນການເຕີບໂຕຄວາມຕ້ອງການນ້ຳມັນທົ່ວໂລກໃນປີນີ້ ແລະ ປີໜ້າ, ໂດຍອີງໃສ່ແງ່ຫວັງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ ຈະເຄື່ອນໄຫວດີກວ່າ.

        ລະອຽດ, OPEC ຄາດວ່າ ຄວາມຕ້ອງການນ້ຳມັນດິບທົ່ວໂລກຈະເພີ່ມຂຶ້ນ 2,25 ລ້ານຖັງ/ວັນ ໃນປີຈະມາເຖິງ, ໃນຂະນະນັ້ນ, ອັດຕາຄາດຄະເນໃນປີນີ້ເພີ່ມຂຶ້ນ 2,44 ລ້ານຖັງຕໍ່ວັນ. ບົດລາຍງານຂອງ OPEC ຕີລາຄາວ່າ ການເຕີບໂຕເສດຖະກິດທົ່ວໂລກໄດ້ຄາດຄະເນວ່າ ຈະຊຸກຍູ້ຄວາມຕ້ອງການນ້ຳມັນ, ພິເສດ ຍ້ອນມີການພື້ນພູຂອງບັນດາຂົງເຂດການທ່ອງທ່ຽວ ແລະ ການບິນ. ຕາມນັ້ນແລ້ວ, OPEC ຖືວ່າ ທ່າອ່ຽງເຕີບໂຕເສດຖະກິດທົ່ວໂລກເປັນປົກກະຕິໃນປັດຈຸບັນ ໄດ້ສືບຕໍ່ມີຂຶ້ນໃນໄຕມາດ III ຂອງປີນີ້, ຍ້ອນດັດຊະນີການບໍລິໂພກອຸປະໂພກເພີ່ມຂຶ້ນ, ພິເສດໃນບັນດາຂົງການບໍລິການ. ການເຕີບໂຕເສດຖະກິດທົ່ວໂລກ ຄາດວ່າບັນລຸ 2,7% ໃນປີນີ້ ແລະ 2,6% ໃນປີໜ້າ.

 


ຕອບກັບ

ຂ່າວ/ບົດ​ອື່ນ