OPEC+ ເຫັນ​ດີຫຼຸດ​ປະ​ລິ​ມານ​ຜະ​ລິດ​ນໍ​້າ​ມັນ​ລົງຢ່າງ​ແຮງ

(VOVWORLD) - ໃນກອງປະຊຸມກ່ຽວກັບນະໂຍບາຍ ທີ່ຈັດຂຶ້ນໃນວັນທີ 5 ຕຸລາ ຢູ່ ນະຄອນຫຼວງ ວຽນ, ໂອຕາລິດ, ບັນດາລັດຖະມົນຕີກະຊວງພະລັງງານຂຶ້ນກັບອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາປະເທດຄູ່ຮ່ວມມື (OPEC+) ໄດ້ເຫັນດີຫຼຸດປະລິມານຜະລິດນ້ຳມັນທົ່ວໂລກລົງລະດັບ 2 ລ້ານຖັງຕໍ່ວັນ, ໂດຍເລີ່ມແຕ່ເດືອນພະຈິກເປັນຕົ້ນໄປ.
OPEC+ ເຫັນ​ດີຫຼຸດ​ປະ​ລິ​ມານ​ຜະ​ລິດ​ນໍ​້າ​ມັນ​ລົງຢ່າງ​ແຮງ - ảnh 1ຮາກຖານກັ່ນຕອງນ້ຳມັນແຫ່ງໜຶ່ງຢູ່ ອາຣັບບີ ຊະອຸດິ (ພາບ: THX/TTXVN)

ການຕົກລົງດັ່ງກ່າວຍົກອອກມາແມ່ນຄືກັນກັບການຄາດຄະເນກ່ຽວກັບການກະທຳເພື່ອດຶງລາຄານ້ຳມັນໃຫ້ເພີ່ມຂຶ້ນຄືນໃໝ່ ເຊິ່ງວົງການນັກໄຈ້ແຍກໄດ້ຍົກອອກມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ນີ້ແມ່ນການຕົກລົງທີ່ ອາເມລິກາ ບໍ່ປາດຖະໜາ ໃນຂະນະທີ່ບັນດາພື້ນຖານເສດຖະກິດໃນທົ່ວໂລກພວມພະຍາຍາມຄວບຄຸມໄພເງິນເຟີ້ເພີ່ມຂຶ້ນສູງ ຍ້ອນລາຄາພະລັງງານເພີ່ມຂຶ້ນ. ກ່ອນໜ້ານັ້ນ, ວັນທີ 4 ຕຸລາ, ມີແຫຼ່ງຂ່າວໜຶ່ງເຜີຍໃຫ້ຮູ້ວ່າ ອາເມລິກາ ໄດ້ສະເໜີຕໍ່ OPEC+ ບໍ່ໃຫ້ສືບຕໍ່ຫຼຸດປະລິມານຜະລິດນ້ຳມັນລົງ, ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ກຳລັງຊອກຫາວິທີສະກັດກັ້ນທ່ວງທ່າຂຶ້ນລາຄານ້ຳມັນຢູ່ພາຍໃນປະເທດ.

ນີ້ແມ່ນກອງປະຊຸມເຊິ່ງໜ້າຄັ້ງທຳອິດລະຫວ່າງບັນດາລັດຖະມົນຕີ OPEC+. ລັດຖະມົນຕີ OPEC+ ກໍເຫັນດີເປັນເອກະພາບນຳກັນວ່າ ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນໃນເດືອນທັນວາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ