OPEC+ ເຫັນດີເປັນເອກະພາບຫລຸດຜ່ອນປະລິມານນ້ຳມັນໃນທັງປີ 2024

(VOVWORLD) - OPEC+ ຖືວ່າ ການປ່ຽນແປງນີ້ເໝາະສົມກັບຄຳໝັ້ນສັນຍາຂອງສະມາຄົມ ແລະ ບັນດາປະເທດຄູ່ຮ່ວມມືພາຍນອກ

ວັນທີ 4 ມິຖຸນາ, ທີ່ກອງປະຊຸມຢູ່ ວຽນນາ, ປະເທດ ໂອຕຣິດ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ເຫັນດີເປັນເອກະພາບດັບປັບປະລິມານການຂຸດຄົ້ນນ້ຳມັນໃນລະດັບ 40,46 ລ້ານຖັງ/ວັນໃນປີ 2024.

        ຖະແຫຼງການຮ່ວມພາຍຫຼັງກອງປະຊຸມໄດ້ຊີ້ແຈ້ງວ່າ ບັນດາປະເທດເຂົ້າຮ່ວມໄດ້ຕັດສິນໃຈດັດປັບຍອດປະລິມານນ້ຳມັນດິບລວມຂອງກຸ່ມ OPEC ແລະ ບັນດາປະເທດ ຄູ່ຮ່ວມມືນອກ OPEC (ໃນຖະແຫຼງການຮ່ວມມື) ລົງເຫຼືອພຽງ 40,46 ລ້ານຖັງ/ວັນ, ເລີ່ມແຕ່ວັນທີ 1 ມັງກອນ 2024, ຄຳຕັດສິນດັ່ງກ່າວມີຜົນສັກສິດໃນເວລາ 1 ປີ. OPEC+ ຖືວ່າ ການປ່ຽນແປງນີ້ເໝາະສົມກັບຄຳໝັ້ນສັນຍາຂອງສະມາຄົມ ແລະ ບັນດາປະເທດຄູ່ຮ່ວມມືພາຍນອກ, ເພື່ອແນໃສ່ມຸ່ງໄປເຖິງ ແລະ ຮັກສາຕະຫຼາດນ້ຳມັນໃຫ້ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ