OPEC+ ເຫັນ​ດີ​ເພີ່ມ​ປະລິ​ມານ​ນ້ຳ​ມັນ​ຂຶ້ນ​ເລກ​ໜ້ອຍ

(VOVWORLD) -OPEC+ ໄດ້ເຫັນດີເພີ່ມປະລິມານນ້ຳມັນດິບຂຶ້ນເລກໜ້ອຍໃນເດືອນ ສິງຫາ ຈະມາເຖິງ ເພື່ອແນໃສ່ຊຸກຍູ້ທ່ວງທ່າຟື້ນຟູເສດຖະກິດທົ່ວໂລກເມື່ອໂລກລະບາດໄດ້ຮັບການຄວບຄຸມ.
OPEC+ ເຫັນ​ດີ​ເພີ່ມ​ປະລິ​ມານ​ນ້ຳ​ມັນ​ຂຶ້ນ​ເລກ​ໜ້ອຍ - ảnh 1ອ່າງສະສົມນ້ຳມັນ ຢູ່ ນະຄອນ Dammam, ອາຣັບບີ ສະອຸດິ (ພາບ: AFP/TTXVN)

ວັນທີ 18 ກໍລະກົດ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ພ້ອມດ້ວຍບັນດາຄູ່ຮ່ວມມື ຫຼືຍັງເອີ້ນວ່າ OPEC+ ໄດ້ເຫັນດີເພີ່ມປະລິມານນ້ຳມັນດິບຂຶ້ນເລກໜ້ອຍໃນເດືອນ ສິງຫາ ຈະມາເຖິງ ເພື່ອແນໃສ່ຊຸກຍູ້ທ່ວງທ່າຟື້ນຟູເສດຖະກິດທົ່ວໂລກເມື່ອໂລກລະບາດໄດ້ຮັບການຄວບຄຸມ.

ໃນຖະແຫຼງການ, OPEC+ ໃຫ້ຮູ້ວ່າ 23 ປະເທດຂອງອົງການນີ້ ໄດ້ເຫັນດີນຳກັນວ່າ ນັບແຕ່ເດືອນສິງຫາ ຫາເດືອນທັນວາຈະມາເຖິງ ຈະສະໜອງນ້ຳມັນໃຫ້ຕະຫຼາດຕື່ມອີກ 2 ລ້ານຖັງຕໍ່ວັນ, ໝາຍຄວາມວ່າ ແຕ່ລະເດືອນຈະເພີ່ມປະລິມານຂຶ້ນຕື່ມອີກ 400.000 ຖັງຕໍ່ວັນ. OPEC+ ກໍເຫັນດີແກ່ຍາວກຳນົດເວລາສຳລັບຂໍ້ຕົກລົງຜ່ອນຜັນການຫຼຸດປະລິມານນ້ຳມັນລົງ ຮອດທ້າຍປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ